ເດີ່ນ​ເຕະບານກາງຫາວ
2017-11-23 16:16:11  cri 

​ເມື່ອ​ເບິ່ງ​ລົງ​ຈາກ​ມຸມ​ສູງ ຈະ​​ເຫັນ​ເດີ່ນ​ເຕະບານນ້ອຍສີຂຽວ​ຮູບ T ຂອງ​ໂຮງຮຽນ​ຢູ່​ໃນ​ກຸ່ມ​ຕຶກ​ອາຄານ​ສີ​ຂີ້​ເທົ່າ​ເປັນ​ແຖວໆ ​ເຊິ່ງນີ້​ກໍ​ຄື "​ເດີ່ນ​​ເຕະບານ​ມິນິກາງຫາວ" ຂອງ​ໂຮງຮຽນ​ປະຖົມ​ທີ່​ຂຶ້ນກັບ​ມະຫາວິທະຍາ​ໄລ​ສ້າງ​ຄູໜານ​ຊ່າງ ​ນະຄອນໜານ​ຊ່າງ ​ເທດສະບານ​ແຂວງຈ່ຽງຊີ່. ​ເດີ່ນ​ເຕະບານ​ນ້ອຍ​ແຫ່ງ​ນີ້ມີ​ຂະໜາດ​ປະມານ 10 X 20 ​ແມັດ, ສ້າງ​ຂຶ້ນຢູ່​ເທິງ​ຕຶກຫ້ອງ​ການ​ສຶກສາ 5 ຊັ້ນ ​​ໂດຍ​ມີ​ຮາວເຫຼັກ​ແລະ​ຕາໜ່າງ​ເຊືອກ​ອ້ອມ, ​ເນື້ອ​ທີ່​ລວມທັງ​ເດີ່ນ​​ແລະ​ເຂດ​ພັກຜ່ອນໜ້ອຍ​ກວ່າ 300 ຕາ​ແມັດ ​ແລະເຖິງ​ວ່າ "​ເດີ່ນ​ເຕະບານ​ມິ​ນິກາງຫາວ" ທີ່​ໃຫຍ່​ກວ່າ​ເຮືອນ​ທຳ​ມະ​ດາ​ບໍ່​ເທົ່າ​ໃດ​ນີ້ ພັດ​ເປັນ​ບ່ອນຫຼິ້ນບານ​ແລະ​ສ້າງ​ຄວາມ​ເບີກບານ​ມ່ວນ​ຊື່ນ​ໃຫ້​​ແກ່​ບັນດາເດັກ​ໆ.



1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ