ຣັດ​ເຊຍ, ຕວກ​ກີ​ແລະອີ​ຣານລົງ​ນາມ​ໃນ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ບັນ​ຫາ​ຊີ​ຣີ
2017-11-23 12:36:53  cri 

ວັນ​ທີ 22 ພະ​ຈິກ​ນີ້, ທ່ານວຼາລາ​ດິ​ເມຍ ປູ​ຕິນ, ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ, ທ່ານ​ເລ​ເຊບ ທາ​ຢິບ ເອໂດ​ກັນ, ປະ​ທາ​ນາ​ທິ​ບໍ​ດີ​ຕວກ​ກີ​ແລະ​ທ່ານ ຮັດ​ຊັນ ຣຸ​ຮາ​ນີ, ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ​ໄດ້​​ພົບ​ປະ​ເຈ​ລະ​ຈາກັນ​ຢູ່​ນະ​ຄອນໂຊ​ຊີພາກ​ໃຕ້​​ຣັດ​ເຊຍໂດຍສາມ​ຝ່າຍ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ຫຼ້າ​ສຸດ​, ທາງ​ອອກ​ແລະ​ບັນ​ຫາ​ຕ່າງໆ​ກ່ຽວ​ກັບ​ຊີ​ຣີແລະ​ໄດ້​ລົງ​ນາມ​ໃນ​ຖະ​ແຫຼງ​ການ​ຮ່ວມ.

ຖະ​ແຫຼງ​ການ​ຮ່ວມ​ລະ​ບຸ​ວ່າ, ການ​ບັນ​ລຸ​ການ​ແກ້​ໄຂ​ບັນ​ຫາ​ຊີ​ຣີ​ທາງ​ການ​ເມືອງ​ຕ້ອງ​ປະ​ຕິ​ບັດ​ຕາມ​ເງື່ອນ​ໄຂ​ຕ່າງໆ, ເຊັ່ນ: ການ​ສ້າງ​ຕັ້ງຂະ​ບວນ​ການ​ການ​ເມືອງ​ຢ່າງ​​ກວມ​ລວມ, ເສ​ລີ​ພາບ, ສະ​ເໝີ​ພາບ, ປອດໃສ​ແລະ​ປະ​ຊາ​ຊົນ​ຊີ​ຣີ​ນຳ​ພາ, ​ການ​ເລືອກ​ຕັ້ງ​ຢ່າງ​ເສ​ລີແລະ​ຍຸ​ຕິ​ທຳເຊິ່ງ​ທັງຣັດ​ເຊຍ, ຕວກ​ກີແລະ​ອີ​ຣານ​ຈະ​ໃຫ້​ຊ່ວຍ​ເຫຼືອເພື່ອ​ບັ​ນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ.

ວັນ​ທີ 22 ພະ​ຈິກ​ນີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ຊີ​ຣີ​ກ່າວ​ວ່າ​ຖະ​ແຫຼງ​ການ​ຮ່ວມ​ສະ​ບັບ​ນີ້, ແມ່ນ​ອ້າງ​ຂຶ້ນ​ສະ​ໜັບ​ສະ​ໜູນ​ບົນ​ພື້ນ​ຖານ​ເຄົາ​ລົບ​ອະ​ທິ​ປະ​ໄຕ, ເອ​ກະ​ລາດ​ແລະ​ຜືນ​ແຜ່ນ​ດິນທີ່​ຄົບ​ຖ້ວນ​ຂອງ​ຊີ​ຣີ, ເປັນ​ການ​ສະ​ໜັບ​ສະ​ໜູນ​ທຸກ​ຄວາມ​ພະ​ຍາ​ຍາມ​ທາງ​ການ​ເມືອງ​ເພື່ອ​ປະ​ກອບ​ສ່ວນຢຸດ​ການ​ປະ​ທະ​ກັນທີ່​ນອງ​ເລືອດ​ຢູ່​ຊີ​ຣີ​ເຊິ່ງລັດ​ຖະ​ບານ​ຊີ​ຣີ​​ຍິນ​ແລະ​ເຫັນ​ພ້ອມ​ຕໍ່​ຖະ​ແຫຼງ​ການ​ຮ່ວມດັ່ງ​ກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ