ນາ​ຍົກ​ຕວກ​ກີ​ຊົມ​ເຊີຍ​ຫຼັງ​ເຫັນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"ແມ່ນ​ໂຕແບບ​​ຕິດ​ຕໍ່​ພົວ​ພັນ​ການ​ຄ້າ​ໄດ້​ດີກວ່າ​ເກົ່າ
2017-11-23 12:38:44  cri 

ວັນ​ທີ 22 ພະ​ຈິກ​ນີ້, ທ່ານບິ​ນາ​ລີ ​ຢິນດິຣີມ ນາ​ຍົກ​ລັດ​ຖະ​ມົນ​ຕີຕວກ​ກີ​ກ່າວ​ວ່າ, ຂໍ້​ລິ​ເລີ່ມ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ແມ່ນໂຕ​ແບບ​​ທີ່​ດີ​ໃນ​ການ​ເຮັດ​ໃຫ້​ການ​ຕິດ​ຕໍ່​ພົວ​ພັນ​​ການ​ຄ້າ​ໃກ້​ຊິດກວ່າ​ເກົ່າ. ເຊິ່ງ​ເຮັດ​ໃຫ້​ທະ​ວີບ​ອາ​ຊີ​ເປັນ​ສູນ​ກາງການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ໃນ​ໂລກ​ອີ​ກ​ເທື່ອ​ໃໝ່.

ທ່ານ​ບິ​ນາ​ລີ ຢິນ​ດີ​ຣີມກ່າວ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 10 ຂອງ​ໃຫຍ່​ສະ​ພາ​ແຫ່ງ​ຊາດ​ທະ​ວີບ​ອາ​ຊີທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ອິ​ສ​ຕານ​ບູນ​ປະ​ເທດ​ຕວກ​ກີ​ໃນ​ວັ່ນ​ດັ່ງ​ກ່າວ. ນອກ​ນີ້, ທ່ານ​ຍັງກ່າວອີກ​ວ່າ, ຕວກ​ກີ​ໄດ້​ເອົາ​ໃຈ​ໃສ່​​ສູງ​ຕໍ່​ໂຄງ​ການ​ແລະ​ຂໍ້​ລິ​ເລີ່ມ​ທັງ​ໝົດ​ທີ່​ມີ​ການ​ຊ່ວຍ​ເຫຼືອ​ຕໍ່​ກາ​ນ​ຟື້ນ​ຟູ​ຄ​ວາມ​ຈະ​ເລີນ​ຂອງ​ເສັ້ນ​ທາງ​ສາຍໄໝ, ສັນ​ຕິ​ພາບ​ຂອງ​ພາກ​ພື້ນ​ແລະ​ທົ່ວ​ໂລກ.

 ຂະ​ນະ​ດຽວ​ກັນ, ທ່ານ​ກໍໄດ້​ຮຽກ​ຮ້ອງ​ໃຫ້ປະ​ເທດ​ສະ​ມາ​ຊິກ​ຕ່າງໆ​​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ເພື່ອ​ພັດ​ທະ​ນາ​ໂຄງ​ການ​ຮ່ວມ​​ໃນ​ພາກ​ພື້​ນ​ນີ້ໃຫ້​ຫຼາຍກວ່າ​ເກົ່າ, ສ້າງ​ສະ​ຫະ​ພັນ​ການ​ຄ້າ​ຢ່າງ​ໃກ້​ຊິດ. ໂດຍ​ສະ​ເພາະ​​ການ​ສ້າງ​ທາງ​ລົດ​ໄຟ, ທາງ​ຫຼວງ​ແລະ​ພື້ນ​ຖານ​ໂຄງ​ລ່າງ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ