ບຸນກິນຈຽງເຜົ່າມົ້ງ ຈັດຂຶ້ນຢ່າງຄຶກຄື້ນ ຢູ່ນະຄອນຫລວງ ວຽງຈັນ
2017-11-23 14:42:05  cri 
ພິທີ​ເປີດ​ເທສະການ ​ບຸນ​ກິນ​ຈຽງ​ເຜົ່າ​ມົ້ງ ​ເພື່ອສົ່ງ​ທ້າຍ​ປີ​ເກົ່າ-ຕ້ອນຮັບ​ປີ​ໃໝ່ ປະຈຳ​ສົກ​ປີ 2017-2018 ​ໄດ້​ຈັດ​ຂຶ້ນ​ ຢ່າງ​ຄຶກຄື້ນ ໃນ​ວັນ​ທີ 22 ພະຈິກ ຢູ່​ສະ​ໂມ​ສອນ​ກິລາ-ກາຍຍະກຳ​ພື້ນ​ເມືອງ, ບ້ານ​ສຳ​ເກດ ​ເມືອງ​ໄຊ​ທານີ ນະຄອນຫລວງ​ວຽງ​ຈັນ ​ໂດຍ​ມີ​ທ່ານ​ນາງ ຍອດ​ແກ້ວມະນີ ສຸພາ​ນຸວົງຮອງ​ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ທ່ານ ລີ​ຕູ ບົວ​ປາວ ອະດີດຮອງລັດຖະມົນຕີກະຊວງ​ສຶກສາ​ທິການ ​ແລະ ກິລາ, ພ້ອມ​ດ້ວຍ​ພີ່ນ້ອງ​ເຜົ່າ​ມົ້ງ ​ເຂົ້າ​ຮ່ວມ ​ເປັນ​ຈຳນວນຫລວງຫລາຍ.​ ທັງ​ນີ້ ກໍເພື່ອ​ໃຫ້​ປະຊາຊົນ​ລາວ ​ແລະ ລູກ​ຫລານ​ຂອງ​ຊົນ​ເຜົ່າ​ມົ້ງ ​ໄດ້​ຮູ້ຈັກ​ເທສະການ​ບຸນ​ກິນ​ຈຽງ​ເຜົ່າ​ມົ້ງ, ທັງ​ເປັນ​ການ​​ປົກ​ປັກ​ຮັກສາ​ ຮີດຄອງ​ປະ​ເພນີ​ອັນ​ດີງາມ ​ຂອງຊົນ​ເຜົ່າ​ມົ້ງ ​ໃຫ້​ຄົງ​ຢູ່​ຄູ່​ຄົນ​ລາວຕະຫລອດ​ໄປ.

ທ່ານ ທອງ​ສະຫວັດ ວົງ​ສະຫວ່າງ ຫົວໜ້າ​ພະ​ແນ​ກກິລາ​ພື້ນ​ເມືອງ, ກົມ​ກິລາ​ມວນ​ຊົນ ກະ ຊວງ​ສຶກສາ​ທິການ ​ແລະ ກິລາ ​ໄດ້​ໃຫ້​ຮູ້​ວ່າ: ​ເທສະການ​ບຸນ​ກິນ​ຈຽງ ​ແມ່ນ​ບຸນປີ​ໃໝ່​ຂອງ​ເຜົ່າ​ມົ້ງ, ​ເປັນ​ບຸນ​ປະ​ເພນີ ທີ່​​ເຄີຍ​ຈັດ​ຂຶ້ນ​ໃນ​ທຸກໆ​ປີ ຫລັງ​ຈາກ​ທີ່​ໄດ້​ສຳ​ເລັດ ການ​ເກັບ​ກ່ຽວ​ຜົນ​ຜະລິດ ​ໃນ​ຮອບ​ໜຶ່ງ​ປີ ​ເຊິ່ງຈະ​ຕ້ອງ​ໄດ້​ເຮັດ​ພິທີ​ບູຊາ​ ເຖິງ​ບັນພະ​ບູລຸດ, ປູ່ຍ່າ​ຕາ​ຍາຍ, ຜີບ້າ​ນຜີ​ເມືອງ ທີ່​ໃຫ້​ຄວາມ​ຄຸ້ມ​ຄອງ ​ແລະ ດູ​ແລ​, ​ໃຫ້ຄວາມສຸກ​ສຳລານ​ຕະຫລອດ​ປີ ​ເຊິ່ງແຕ່ລະ​ບ້ານ ຈະ​ມີ​ການສະ​ເຫລີ​ມສະຫລອງ ຢ່າງ​ພ້ອມພຽງ​ກັນ ຫລື ຕາມ​ວັນ​ເວລາ​ສະດວກ​ຂອງ​ແຕ່​ລະ​ບ້ານ, ​ແຕ່​ໂດຍ​ສ່ວນ​​ໃຫຍ່​ແລ້ວ ຈະ​ຈັດ​ງານ ​ໃນ​ຊ່ວງ​ເດືອນ​ທັນວາຂອງ​ທຸກໆ​ປີ ​ເພື່ອ​ສົ່ງ​ທ້າຍ​ປີ​ເກົ່າ ​ແລະ ຕ້ອນຮັບ​ປີ​ໃໝ່.

ງານ​ດັ່ງກ່າວ ຈະ​ໄດ້​ດຳ​ເນີນ​ໄປ​ເປັນ​ເວລາ 8 ວັນ ​ເລີ່​ມ​ແຕ່​ວັນ​ທີ 22-29 ພະຈິກ 2017 ​​ແລະ ​ມີ​ຫລາຍ​ກິດຈະກຳ ທີ່​ໜ້າ​ສົນ​ໃຈ ​ເປັນ​ຕົ້ນກິດຈະກຳ​ ໂຍນໝາກ​ຄອນ, ການສະ​ແດງ​ສິລະ​ປະ​ວັນນະ ຄະດີພື້ນ​ເມືອງ, ຮ້ອງ​ເພງ, ປະ​ກວດ​ນາງ​ສາວ​ງາມ​ເຜົ່າ​ມົ້ງ, ​ວາງສະ​ແດງ​ສິນຄ້າ​ຜະລິດ​ຕະພັນ​ຂອງ​ປະ ຊາຊົນ​ລາວບັນດາ​ເຜົ່າ. ນອກ​ນັ້ນ ຍັງ​ມີ​ກິດຈະກຳ ​ແຂ່ງຂັນ​ກິລາ​ບານ​ເຕະ, ຍິງ​ໜ້າ​ເກັກ, ຕີ​ໝາກ​ຂ່າງ, ດຶງ​ເຊືອກ, ກິລາ​ງົວ​ຊົນ​ງົວ ​ແລະ ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ