ຈີນ​ສະ​ໜອງ​ເຂົ້າຊ່ອຍ​​ສີ​ລັງ​ກາ 1000 ໂຕນ
2017-11-23 16:17:40  cri 
ລັດ​ຖະ​ບ​ານ​ສີ​ລັງ​ກາ​ໄດ້​ຈັດ​ພິ​ທີ​ຮັບ​ເຂົ້າ​ສານ 1000 ໂຕນ​ທີ່ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ຈີນ​ ​ຢູ່​ນະ​ຄອນ​ຫຼວງໂກ​ລົມ​ໂບໃນ​ວັນ​ທີ 22 ພະ​ຈິກ​ນີ້. ​ໂດຍທ່ານ​ອາ​ນຸ​ຣະ ຢາ​ປ​າ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຄຸ້ມ​ຄອງ​ໄພ​ພິ​ບັດ​ສີ​ລັງ​ກາ​ແລະ​ທ່ານ​ຢີ້​ຊ່ຽນ​ຫຼຽງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ສີ​ລັງ​ກາ​ ເຂົ້າ​ຮ່ວມ​.

ກ່ອນ​ໜ້າ​ນີ້​ຈີນ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​​ສະ​ນອງ​ເຂົ້າ​ສານ 2700 ໂຕນຊ່ວຍສີ​ລັງ​ກາ​ໂດຍ​ແບ່ງ​ເປັນ 3 ງວດ. ​ແລະ​ສ່ວນ​ທີ່​ເຫຼືອ​ນັ້ນ​ຈີນ​ຈະ​ສົ່ງ​ມອບ​ໃຫ້​ສີ​ລັງ​ກາ​ຕາມ​ກຳ​ນົດ.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເປີດ​ເຜີຍ​ວ່າ, ເນື່ອງ​ຈາກ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ນ້ຳ​ຖ້ວມ​ໃນ​ປີ​ນີ້, ຜົນ​ຜະ​ລິດ​ເຂົ້າ​ຂອງ​ສີ​ລັງ​ກາ​ຈະ​ຢູ່​ໃນ​ລະ​ດັບ​ຕ່ຳ​ສຸດ​ໃນ 10 ປີ​ຜ່ານ​ມາ, ຂະ​ນະ​ທີ່3 ແສນ​ຄອບ​ຄົວ​ຂອງ​ປະ​ເທ​ດ​ດັ່ງ​ກ່າວ​ຈະ​ຂາດ​ເຂົ້າ​ກິນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ