ທ່ານ​​​ເອັມ​ເມີ​ສັນ ມາ​ນາ​ກາກ​ວາ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີຊິ​ມບາເວ
2017-11-23 16:45:36  cri 
ວັນ​ທີ 22 ພະຈິກ​ນີ້, ທ່ານ​ຈາກອບ ມູ​ເດນ​ດາ ປະທານ​ລັດຖະສະພາ​​ຊິ​ມບາເວ​​ເປີດ​ເຜີຍ​ວ່າ: ​ພັກ​ລັດຖະບານ​ປະສົມ​ສະຫະພາບ​ແຫ່ງ​ຊາດຊິ​ມບາ​ເວ​ເປັນ​ເອກະ​ພາບເລືອກ​ທ່ານ​ເອັມ​ເມີ​ສັນ ມາ​ນາ​ກາກ​ວາ​ ຫົວໜ້າ​ພັກ​ຄົນ​ໃໝ່​ໃຫ້​ດຳລົງ​ຕຳ​ແໜ່​ງ​ປະທານາທິບໍດີ​ຊິ​ມບາ​ເວຄົນ​ໃໝ່ ​ແທນ​ທ່ານ​ໂຣ​ເບີດ ມູກາ​ເບ ອະດີດ​ປະທານາທິບໍດີທີ່​ລາ​ອອກ​ຈາກ​ຕຳ​ແໜ່​ງໃນ​ວັນ​ທີ 21 ພະຈິກ​ນີ້ ​ໂດຍພິທີສາບານ​ຕົນ​ຂຶ້ນ​ຮັບ​ຕຳ​ແໜ່​ງຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ຮາຣາ​ເຣ​ໃນ​ວັນ​ທີ 24 ພະຈິກ​ນີ້.

ທ່ານ​ມູ​ເດນ​ດາ​ກ່າວ​ວ່າ: ຕາ​​ມລັດຖະທຳ​ມະ​ນູນ, ທ່ານ​ມາ​ນາ​ກາກວາຈະດຳລົງ​ຕຳ​ແໜ່​ງຈົນ​ຮອດ​ປີ 2018 ​ໂດຍ​ປີ​ນີ້​ທ່ານມີ​ອາຍຸ 75 ປີ. ການ​ໄດ້​ຮັບ​ການ​ເຫັນ​ດີ​ໃຫ້​ເປັນ​ປະທານ​າທິບໍດີ​ຂອງ​ທ່ານ​ເປັນ​ຜົນ​ມາ​ຈາກ​ໄດ້ຮັບ​ການ​ສະໜັບສະໜູນຈາກກອງທັບ. ກ່ອນ​ໜ້າ​ນີ້ ຄືວັນ​ທີ 6 ພະຈິກ​ນີ້, ທ່ານ​ທູ​ກາ​ເບ​ໄດ້​ປົດ​ຕຳ​ແໜ່​ງຂອງ​ທ່ານ​ມາ​ນາ​ກາກ​ວາ ​ແລະ​ຈາກ​ນັ້ນ​ທ່ານ​ກໍ​ໄດ້​ເດີນທາງ​ອອກ​ນອກ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ