​ເປີດສາຍ​ການບິນ​ສາກົນ​ເຈິ້ງ​ໂຈ່​ວດາ​ນັງ
2017-11-23 16:48:32  cri 
​ໃນ​ວັນ​ທີ 22 ພະຈິກ​ນີ້, ​ສາຍ​ການບິນ​ສາກົນ​ຈາກ​ເມືອງ​ເຈິ້ງ​ໂຈ່​ວ​ແຂວງ​ເຮີ​ນານ​ຈີນ ​ໂດຍ​ຜ່ານ​ເມືອງ​ເປີຍ​ໄຫ​​ເຂດປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວາງ​ກວາງຊີຈີນ​ຫາດາ​ນັງຫວຽດນາມ ​​ໄດ້​ເປີດ​ບໍລິການ​ແລ້ວ ​ແລະ​ຖື​ວ່າ​ນີ້​ຄື​ເປັນ​ສາຍ​ການບິນ​ໂດຍສານ​ທີ່ເຊື່ອມຕໍ່​ລະຫວ່າງ​ເຂດ​ແຂວງ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ ກັບ​ທ່າ​ເຮືອພາກ​​ໃຕ້​ຈີນ ​ແລະປະ​ເທດ​ຫວຽດນາມ.

ສາຍ​ການບິນ​ນີ້​ຂຶ້ນ​ກັບ​ບໍລິ​ສັດການບິນ​ພາກ​ໃຕ້ຈີນ​ທີ່​ເປີດ​ຢູ່​ເມືອງ​​ເຈິ້ງ​ໂຈ່​ວ​ ​ໂດຍ​ມີ​ຖ້ຽວ​ບິນ​​ໃນ​ວັນ​ຈັນ, ວັນ​ພຸດ ​ແລະ​ວັນ​ສຸກ​ແຕ່​ລະອາ​ທິດ.

ທ່ານ​ຫຼີສຽວ​​ເຟິ່ງ ຮອງຜູ້ອຳນວຍການ​ບໍລິສັດ​ການບິນ​ພາກ​ໃຕ້​ຈີນ​ສາຂາ​ແຂວງ​ເຮີ​ນານ​ກ່າວ​ວ່າ: ​ເມືອງ​ເຈິ້ງ​ໂຈ່​ວ​ແມ່ນ​​ເຂດສຳ​ຄັນ​ຂອງ​​​ເສັ້ນທາງ​ສາຍ​​ໄໝທາງ​ອາກາດ​ຍຸກ​ປັດຈຸບັນ ​ແລະ​ເມືອງ​ເປີຍ​​ໄຫກໍ​ແມ່ນ​ທ່​າ​ເຮືອ​ເລີ່​ມຕົ້ນຂອງ​ເສັ້ນທາງ​ສາຍ​ໄໝທາງທະ​ເລ​ໃນ​ສະ​ໄໝບູຮານ​ຈີນ. ສະ​ນັ້ນ, ການ​ເປີດ​ບໍລິການສາຍ​ການບິນ​ນີ້ກໍ​ເພື່ອ​​ເຊື່ອມ​​ເສັ້ນທາງ​ສາຍ​ໄໝທາງ​ອາກາດ ​ແລະ​​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ເຂົ້າກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ