ມູນ​ຄ່າ​ການ​ສົ່ງ​ອອກ​ຂອງ​ໄທ​ໃນ​ເດືອນ​ຕຸ​ລາ​ປີ​ນີ້​ເພີ່ມ​ຂຶ້ນ
2017-11-24 17:53:57  cri 
ກະ​ຊວງ​ການ​ຄ້າ​ໄທ​ເປີດ​ເຜີຍ​ມູນ​ຄ່າ​ການ​ສົ່ງ​ອອກ​ໃນ​ເດືອນ​ຕຸ​ລາ​ປີ​ນີ້​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ ເຊິ່ງ​ບັນ​ລຸເຖິງ 20 ຕື້ 83 ລ້ານ​ໂດ​ລາ​ສະ​ຫະ​ລັດ ເພີ່ມ​ຂຶ້ນ 13,1% ເມື່ອ​ທຽບ​ໃສ່ໄລ​ຍະ​ດຽວ​ກັນ​ຂອງ​ປີຜ່ານ​ມາ​ແລະເປັນ​ຈັງ​ຫວະ​ການ​ເຕີບ​ໂຕ​ທີ່​ສູງ​ສຸດ​ສຳ​ລັບເດືອນ​ດຽວ​ໃນ 6 ປີ​ຜ່ານ​ມາ.

​ທັງນີ້​ການ​ສົ່ງ​ອອກ​ຂອງ​ໄທ​ບັນ​ລຸ​ການ​ເຕີບ​ໂຕເຖິງ 8 ເດືອນ​ຕິດ​ຕໍ່​ກັນ​ແລະ​ໂດຍ​ລວມ​ແລ້ວໃນ 10 ເດືອນຂອງ​ປີ​ນີ້,ໄທ​ບັນ​ລຸ​ມູນ​ຄ່າ​ການ​ສົ່ງ​ອອກເຖິງ 195 ຕື້ 500 ລ້ານໂດ​ລາ​ສະ​ຫະ​ລັດ ເພີ່ມ​ຂຶ້ນ 9,65% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ແລະ​ໄດ້​ດຸນ​ການ​ຄ້າ​ຫຼາຍກວ່າ 12 ຕື້ 400 ລ້ານ​ໂດ​ລາ​ສະ​ຫະ​ລັດ.

ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຄ້າ​ໄທ​ເຫັນ​ວ່າ: ການ​ຟື້ນ​ຕົວ​ຂອງ​ເສດ​ຖະກິດໂລກ​ແມ່ນ​ປັດ​ໄຈສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ສົ່ງ​ອອກ​ຂອງ​ໄທ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ແລະ​ຈາກ​ນີ້​ຈຶ່ງຄາດ​ວ່າ​ການ​ສົ່ງ​ອອກ​ໝົດ​ປີ​ນີ້ຈະ​ບັນ​ລຸ​ການ​ເຕີບ​ໂ​ຕ​ແຕ່ 9% ຫາ 10%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ