ຕຳ​ຫຼວດ​ໄທ​ຈັບ​​ຜູ້​ຕ້ອງ​ສົງ​ໄສ​ລະ​ເບີດ​ແຍກ​ລາ​ຊະ​ປະ​ສົງ
2017-11-24 17:55:11  cri 
ວັນ​ທີ 22 ພະ​ຈິກ​ນີ້ ຢູ່​ສະ​ໜາມ​ບິນ​ສາ​ກົນ​ສຸ​ວັນ​ນະ​ພູມນະ​ຄອນ​ຫຼວງ​ບາງກອກ, ຕຳ​ຫຼວດ​ໄທ​ໄດ້​ຈັບ​​ຜູ້​​ຕ້ອງ​ສົງ​ໄສເປັນ​ເພດ​ຍິງ​ທີ່​ມີ​ສ່ວນ​ພົວ​ພັນ​ໃນ​ຄະ​ດີ​ລະ​ເບີດ​ແຍກ​ລາ​ຊະ​ປະ​ສົງ​ໃນ​ປີ 2015.

ຜູ້​ຕ້ອງ​ສົງ​ໄສ​ຊື່​ນາງ ວັນ​ນາ ສວນ​ສັນ ຂະ​ນະ​ທີ່ທ່ານ ສີ​ວະ​ຣາ ຣັນ​ສີ​ບະ ຣາ​ມາ​ນາ​ກຸນ ຮອງ​ຫົວ​ໜ້າ​ກົມ​ຕຳ​ຫຼວດ​ໄທ​ກ່າວ​ຢູ່ສະ​ໜາມ​ບິນ​ວ່າ: ຫວ່າງ​ມໍ່ໆ​ມາ​ນີ້,ຕຳ​ຫຼວດ​ໄດ້​ຮັບ​ການ​ແຈ້ງ​ຂ່າວ​ວ່າ:ຍິງ​ຄົນ​ນີ້​ຈະ​ເດີນ​ທາງ​ກັບ​ຄືນ​ປະ​ເທດ​​ ​ຈຶ່ງ​ໄດ້​ວາງ​ແຜນ​ການ​ຈັບ​ກຸມ.

​ສື່ມວນ​ຊົນ​ໄທ​ລາຍ​ງານ​ວ່າ: ນາງ ວັນ​ນາ ສວນ​ສັນ ໄດ້​ກ່າວ​ວ່າ: ​ຕົນ​ເປັນ​ຜູ້​ຕ້ອງ​ສົງ​ໄສຕາມ​ໝາຍ​ຈັບ​ຂອງ​ຕຳ​ຫຼວດ,ແຕ່​ປະ​ຕິ​ເສດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ.  ນາງ ວັນ​ນາ ເປັນ​ຜູ້​ຕ້ອງ​ສົງ​ໄສ​ຜູ້​ທີ 3 ທີ່​ຖືກ​ຈັບ​ໃນ​ຄະ​ດີ​ດັ່ງ​ກ່າວ,ປັດ​ຈຸ​ບັນ​ຍັງ​ມີ​ຜູ້​ຕ້ອງ​ສົງ​ໄສອີກ 14 ຄົນ​ໂຕນ​ໜີ​ຢູ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ