ກອ​ງ​ທັບ​ລີ​ບີຊ່ວຍ​ຊາວ​ອົບ​ພະ​ຍົບ​ຂ້າມ​ແດນຜິດ​ກົດ​ໝາຍ 450 ຄົນ
2017-11-24 17:58:01  cri 
ວັນ​ທີ 23 ພະ​ຈິກ​ນີ້, ກອງ​ທັບ​ເຮືອ​ລີ​ບີ​ໄດ້ຊ່ວຍ​ຊາວ​ອົບ​ພະ​ຍົບ​ຈາກ​ອາ​ຟ​ຣິ​ກາ​ທີ່​ຂ້າມ​ແດນ​ຜິດ​ກົດ​ໝາຍ 450 ຄົນ​ຢູ່​ເຂດ​ທະ​ເລ​ໃກ້​ກັບ​ນະ​ຄອນ​ຫຼວງ​ຕ​ຣີ​ໂປ​ລີ.

​ໂຄ​ສົກກອ​ງ​ທັບ​ທະ​ເລ​ລີ​ບີ​ກ່າວ​ວ່າ: ໃນ​ການ​ຊ່ວຍສອງ​ຄັ້ງ​ດັ່ງ​ກ່າວ, ຕຳ​ຫຼວດ​ປ້ອງ​ກັນ​ຝັ່ງ​ທະ​ເລ​ຂອງ​ລີ​ບີ​ໄດ້​ຊ່ວຍ​ຊາວ​ອົບ​ພະ​ຍົບ​ທີ່​ຂ້າມ​ແດນ​ຜິດ​ກົດ​ໝາຍ​ຈາກ​ຫຼາຍ​ປະ​ເທດ​ອາ​ຟ​ຣິ​ກາ​ເຫຼົ່າ​ນີ້​ຢູ່​ເຂດ​ທະ​ເລ​ໃກ້​ນະ​ຄອນ​ຫຼວງ​ຕ​ຣີ​ໂປ​ລີ​ປະ​ມານ 1,6 ກິ​ໂລ​ແມັດ. ຫຼັງ​ຈາກ​ໄດ້​ຮັບ​ການ​ປິ່ນ​ປົວແລ້ວ,ຊາວ​ອົບ​ພະ​ຍົບ​ເຫຼົ່າ​ນີ້​ຈະ​ຖືກ​ສົ່ງ​ໄປ​ສູນ​ຈັດ​ວາງ​ຊາວ​ອົບ​ພະ​ຍົບທີ່​ຕ​ຣີ​ໂປ​ລີ.

​ນັບແຕ່​ປີ 2011 ເປັນ​ຕົ້ນ​ມາ,​ສະ​ພາບ​ການ​ຢູ່​ລີ​ບີຮ້າຍ​ແຮງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ໂດຍລັດ​ຖະ​ບານ​ບໍ່​ສາ​ມາດ​​ຄຸ້ມ​ຄອງເຂດ​ແຄມ​ຝັ່ງ​ທະ​ເລຢ່າງ​ມີ​ປະ​ສິດ​ທິ​ຜົນ​. ຂະ​ນະ​ທີ່​ລີ​ບີ​ເປັນ​ເປົ້າ​ໝາຍ​ຂອງຊາວ​ອົບ​ພະ​ຍົບ​ທີ່​ຂ້າມ​ແດນ​ຜິດ​ກົດ​ໝາຍ​ຈຳ​ນວນ​ໜຶ່ງ,ຜ່ານ​ທະ​ເລ​ເມ​ດີ​ເຕ​ລາ​ເນ​ໄປ​ປະ​ເທດ​ເອີ​ຣົບ​ຢ່າງ​ລັບໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ