ເລີ່ມ​ບໍ​ລິ​ການລະ​ບົບ​​ຕິດ​ຕາມຄວາມ​ປອດ​ໄພ​ຂອງປະ​ຊາ​ຊົນ​ຈີ​ນ​ຢູ່​ກຳ​ປູ​ເຈຍ​ແລ້ວ
2017-11-24 17:59:39  cri 
ສູນ​ລະ​ບົບ​​ຕິດ​ຕາມຄວາມ​ປອດ​ໄພ​ຂອງປະ​ຊາ​ຊົນ​ຈີນ​ຢູ່​ຕ່າງ​ປະ​ເທດ​ໄດ້​ເລີ່ມ​ເປີດ​ບໍ​ລິ​ການ​ຢູ່​ກຳ​ປູ​ເຈຍ​ແລ້ວ​ໃນວັນ​ທີ 23 ພະ​ຈິກ​ນີ້ ໂດຍໃນ​ມື້​ດັ່ງ​ກ່າວ, ບໍ​ລິ​ສັດ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ການ​ຕິດ​ຕາມກວາງ​ຊີ​ຈີນ​ຈຳ​ກັດ​ແລະ​ບໍ​ລິ​ສັດ​ກາ​ນ​ບໍ​ລິ​ການ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ KhmerHunter ຂອງ​ກຳ​ປູ​ເຈຍ​ໄດ້​ລົງ​ນາມ​ໃນ​ສັນ​ຍາ​ຮ່ວມ​ມື.

ສູນ​ດັ່ງ​ກ່າວ​ປະ​ກອບ​ດ້ວຍ​ APP ຜູ້​ໃຊ້​ບໍ​ລິ​ການ, APP ຮັກ​ສາ​ຄວາມ​ສະ​ຫງົບ​ແລະ​ສູນ​ຄວ​ບ​ຄຸມ​ບັນ​ຊາ​ ໂດຍປະ​ຊາ​ຊົນ​ສາ​ມາດ​ຜ່ານ ​APP ​ຜູ້​ໃຊ້​ບໍ​ລິ​ການກວດ​ແລະຈອງ​ການ​ບໍ​ລິ​ການ​ຄວາມ​ປອດ​ໄພ ແລະ​ຈາກ​ນັ້ນກໍ​ຈະ​ມີ​ພະ​ນັກ​ງານ​ໃຫ້​ບໍ​ລິ​ການ​ດ້ານ​ຄວາມ​ປອດ​ໄພ​ຢ່າງ​ຮອບ​ດ້ານ ເຊິ່ງກວມ​ເອົາ​ທັງ​ການ​ໃຊ້​ລົດ​,ການ​ທ່ອງ​ທ່ຽວ​,ການ​ສຶກ​ສາ​ຢູ່​ຕ່າງ​ປະ​ເທດຢ່າງ​ປອດ​ໄພ​ແລະ​ອື່ນໆ. ສູນດັ່ງ​ກ່າວ​ໄດ້​ຮ່ວມ​ມື​ກັບ​ບໍ​ລິ​ສັດ KhmerHunter ຂອງ​ກຳ​ປູ​ເຈຍ ເພື່ອຊ່ວຍ​​ສ້າງ​ລະ​ບົບ​ຄຸ້ມ​ຄອງບັນ​ຊາ​​ການ​ຮັກ​ສາ​ຄວາມ​ສະ​ຫງົບ​ທີ່​ອຸ​ດົມ​ສົມ​ບູນ ເພື່ອ​ໃຫ້​ບໍ​ລິ​ການຄວາມ​ປອດ​ໄພ​ນັກ​ທ່ອງ​ທ່ຽວ​ແລະນັກ​ສຶກ​ສາ​​ຈີນ​ທີ່ສຶກ​ສາ​ຮ່ຳ​ຮຽນ​ຢູ່​ກຳ​ປູ​ເຈຍ​ແລະ​ກຸ່ມ​ຄົນ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ