ມຽນ​ມາ​ແລະ​ບັງ​ກະ​ລາ​ເດັດ​ເຫັນ​ພ້ອມ​ສົ່ງ​ປະ​ຊາ​ຊົນ​ອົບ​ພະ​ຍົບ​ລັດ​ຍະ​ໄຂ່​ກັບ​ຄື​ນ​ສູ່​ມຽນ​ມາ
2017-11-24 14:40:47  cri 
ກະ​ຊວງ​ທີ່​ປຶກ​ສາ​ແຫ່ງ​ລັດ​ມຽນ​ມາ​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 23 ພະ​ຈິກ​ນີ້​ວ່າ, ປະ​ເທດ​ຕົນ​ແລະ​ບັງ​ກະ​ລາ​ເດັດ​ໄດ້ລົງ​ນາມ​ໃນ​ສັນ​ຍາ​ວ່າ​ດ້ວຍ​ການ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ອົບ​ພະ​ຍົບ​ລັດ​ຍະ​ໄຂ່​ກັບ​ຄືນ​ຫຼັງ​ຫາ​ລື​ກັນ​ໃນ​ວັນ​ດັ່ງ​ກ່າວ​ໂດຍ​ສັນ​ຍາໄດ້​ລະ​ບຸ​ແລະ​ກຳ​ນົດຫຼັກ​​ການຢ່າງ​ຈະ​ແຈ້ງ​​ແລະ​ນະ​ໂຍ​ບາຍ​​ການ​ຈຳ​ແນກ​ແລະ​ຮັບ​ຮອງ​ປະ​ຊາ​ຊົນ​ອົບ​ພະ​ຍົບ​ລັດ​ຍະ​ໄຂ່​ແນວ​ໃດ​.

ຖະແຫຼງ​ການ​ລະ​ບຸ​ວ່າ, ຫຼັກ​ໝັ້ນ​ຂອງ​ມຽນ​ມາ​ກໍ​ຄື, ບັນ​ຫາ​ທີ່​ເກີດ​ຂຶ້ນ​ລະ​ຫວ່າງ​ປະ​ເທດ​ໃກ້​ຄຽງ​ຄວນ​ແກ້​ໄຂ​ໂດຍ​ຜ່ານ​ການ​ປຶກ​ສາ​ຫາ​ລື​, ສັນ​ຍາ​ສະ​ບັບ​ດັ່ງ​ກ່າວ​​ສ້າງ​ຂຶ້ນບົນ​ພື້ນ​ຖານ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ, ​ທັງ​ສະ​ແດງ​ໃຫ້​ຫັນ​ຫຼັກ​ໝັ້ນ​ຂອງ​ມຽນ​ມາ, ແມ່ນ​​ພື້ນ​ຖານ​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​.

ກ່ອນ​ໜ້າ​ນີ້​ລັດ​ຖະ​ບານ​ມຽນ​ມາ​​ໄດ້ແຈ້ງ​​ວ່າ, ນັບ​ແຕ່​ລັດ​ຍະ​ໄຂ່​ປະ​ເທດ​ຕົນ​ເກີດ​ການ​ໂຈມຕີ​ກໍ່​ການຮ້າຍ​ເມື່ອ​ວັນ​ທີ 25 ສິງ​ຫາ​​ຜ່ານ​ມາ, ປະ​ຊາ​ຊົນ​ຫຼາຍ​ໝື່ນ​ຄົນ​ໄດ້​ອົບ​ພະ​ຍົບ​ໜີ​ໄພ​ໄປ​ບ່ອນ​ອື່ນ​, ໃນ​ນີ້​ມີ​ຈຳ​ນວນ​​ຫຼາຍ​ໄດ້​ໜີ​ໄປ​ບັງ​ກະ​ລາ​ເດັດ​ເຊິ່ງ​ເປັນ​ປະ​ເທດ​ໃກ້​ຄຽງ​ຂອງ​ປະ​ເທດ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ