ຟິລິປິ​ນປະກາດ​​ແຜນການ​ກໍ່ສ້າງ​ເມືອງ​ມາລາ​ວີ​ຄືນ​ໃໝ່
2017-11-24 15:31:48  cri 
ວັນ​ທີ 23 ພະ​ຈິກ​ນີ້, ລັດຖະບານ​ຟິລິປິ​ນປະກາດ​ແຜນການ​ກໍ່ສ້າງ​ເມືອງ​ມາລາ​ວີ​ຄືນໃໝ່​ເປັນ​ຄັ້ງ​ທຳ​ອິດ ​ໂດຍທ່ານ​ຣາຣີ ​ໂຣ​ໂກ ​ໂຄສົກປະທານາທິບໍດີ​ຟິລິປິ​ນກ່າວ​ວ່າ: ​ເມືອງ​ມາລາ​ວີ​ໃໝ່​ຈະ​​ເປັນ​​ເມືອງ​ທັນ​ສະ​​ໄໝ​ເໝາະຕໍ່​ການຕັ້ງ​ພູມລຳ​ເນົາ ​ແລະທ່ານດຸ​ເຕີ​ເຕ ປະທານາທິບໍດີ​ຟິລິປິ​ນຈະ​ເປັນ​ປະທານ​​ມອບ​​ເຮືອນ​ພັກຊຸດທຳ​ອິດ 500 ​ຫຼັງ​ທີ່​ກໍ່ສ້າງ​ຄືນ​ໃໝ່​ໃນກາງ​ເດືອນ​ທັນວາປີ​ນີ້.

ທ່ານ​ໂຣ​ໂກ​ບອກວ່າ​: ລັດຖະບານ​ຈະ​ສ້າງອາຄານ​ທີ່​ປະກອບ​​​ເຮືອນ​ພັກ 6300 ຫຼັງທີ່​​ໃກ້​ຈຸດ​ສົງຄາມ 3 ກິໂລ​ແມັດໃຫ້​ປະຊາຊົນ​ທີ່​ບໍ່​ມີ​ເຮືອ​ນ​ແລ້ວ​ຍ້ອນ​ສົງຄາມ, ຂະນະ​ດຽວ​ກັນ​ກໍ​ຈະ​ສ້າງ​ເຮື​ອນພັກ 2700 ຫຼັງ​ຕື່ມ ​ແລະ​ມອບເງິນ​ຊົດ​ເຊີຍໃຫ້​ຄອບຄົວທີ່​ສະລະ​ທີ່​ດິນ​ຂອງ​ຕົນ ​ໃຫ້​​ແກ່ການກໍ່ສ້າງ​ເຮືອນພັກຄືນ​ໃໝ່​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ