ຈີນ-ອາ​ຊຽນ​ຫາລື​ການ​ພັດທະນາ​ການທ່ອງທ່ຽວ​ນິ​ເວດ​
2017-11-24 16:12:12  cri 
ວັນ​ທີ 23 ພະຈິກ​ນີ້, ກອງ​ປະຊຸມ​ປຶກສາ​ຫາລື​ການ​ພັດທະນາ​ການທ່ອງທ່ຽວ​ນິ​ເວດ​ຈີນ-ອາ​ຊຽນທີ່​ຈັດ​ຂຶ້ນ​ໂດຍ​ກະຊວງ​ທ່ອງ​ທ່ຽວ​ຟິລິປິ​ນ ​ແລະ​ສູນ​ຈີນ-ອາ​ຊຽນ​​ໄດ້ໄຂ​ຂຶ້ນ​​ຢູ່​ນະຄອນຫຼວງ​ມະ​ນີລາປະ​ເທດ​ຟິລິປິ​ນ.

ທ່ານ​ເບ​ນີ​ໂຕ ​ເບັງຊອນ ຮອງ​ລັດຖະມົນຕີ​ກະຊວງ​ທ່ອງ​ທ່ຽວ​ຟິລິປິ​ນກ່າວ​​ວ່າ: ປີ 2017 ​ແມ່ນ​ປີ​ສຳຄັນ​ໃນ​ການ​ລົງ​ເລິກ​ສາຍ​ພົວພັນ​ ​ແລະ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ອາ​ຊຽນ-ຈີນ. ບັນດາ​ປະ​ເທດ​ອາ​ຊຽນກຳລັງ​ພັດທະນາ​ການທ່ອງທ່ຽວ​ນິ​ເວດ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ການທ່ອງທ່ຽວ​​ໃນ​ໂລກທີ່​ປ່ຽນ​ແປງ​ຢ່າງ​ບໍ່​ຢຸດ​ຢັ້ງ. ຈາກ​ນີ້​ຈຶ່ງຫວັງ​ວ່າ​ບັນດາ​ທ່ານ​ຈະຕັ້ງ​ໜ້າ​​ແລກ​ປ່ຽນ​ປະສົບ​ການ​ທີ່​ດີ ​ເພື່ອ​ສົ່ງ​ເສີມ​​ພັດທະນາ​ການທ່ອງທ່ຽວ​ນິ​ເວດ ​ແລະ​ການທ່ອງທ່ຽວ​ແບບ​ຍືນ​ຍົງ ​ໄວ້​ໃຫ້​ອະນຸຊົນ​ຮຸ່ນ​ຫຼັງ​ໃນ​ຕໍ່​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ