ສຸ​ເຫຼົ່າເອຢິບຖືກຫຼອນໂຈມຕີ ເຮັດໃຫ້ຢ່າງໜ້ອຍ 235 ຄົນເສຍຊີວິດ
2017-11-25 15:23:56  cri 

​ວັນ​ທີ 24 ພະຈິກ​ນີ້, ສຸ​ເຫຼົ່າ​ແຫ່ງ​ໜຶ່ງ​ຢູ່​ແຂວງ​ຊີ​ໄນ​ເໜືອ ປະ​ເທດ​ເອຢິບ ຖືກຫຼອນ​ໂຈມ​ຕີ​ກໍ່​ການ​ຮ້າຍ, ​​ຢ່າງ​ໜ້ອຍເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 235 ຄົນ​ແລ້ວ ​ແລະ 109 ຄົນບາດ​ເຈັບ. ຈາກ​ເຫດການ​ດັ່ງກ່າວ, ທ່ານ​ອັບ​ເດ​ວ ຟາ​ຕາ ​ເອວ ຊີ​ຊີ ປະທານາທິບໍດີ​ເອຢິບ ກໍ​ໄດ້​ໄຂ​ກອງ​ປະຊຸມ​ຄວາມ​ໝັ້ນຄົງ​ໂດຍ​ດ່ວນ ​ແລະ ກ່າວປາ​ໄສທາງ​ໂທລະພາບ​ວ່າ: ຈະ​ຕ່າວ​ໂຈມ​ຕີ​ອິດ​ທິກຳລັງ​ກໍ່​ການ​ຮ້າຍ​ຢ່າງ​ຮຸນ​ແຮງ.

ຂ່າວສານ​ຕາ​ເວັນ​ອອກ​ກາງ ​ເຊິ່ງ​ເປັນ​ຂ່າວ​ສານ​ທາງ​ການ​ເອຢິບ ​ໄດ້​ລາຍ​ງານ​ວ່າ: ສຸ​ເຫຼົ່າທີ່​ຖືກຫຼອນ​ໂຈມຕີ​ເທື່ອ​ນີ້ ຢູ່​ໄກ​ຈາກ​ເມືອງ​ອານ ອາຣິສ ​ເທດສະບານ​ແຂວງ​ຊີ​ໄນ​ເໜືອ​ໄປ​ທາງ​ທິດຕາ​ເວັນ​ຕົກ​ປະມານ 80 ກິ​ໂລ​​ແມັດ. ຈາກວີ​ດີ​ໂອ​ເທິງ​ເວັບ​ໄຊ​ໄດ້​ເຫັນ​ວ່າ ຄົນ​ທັງຫຼາຍພວມ​ອະທິຖານ​ໃນ​ສຸ​ເຫຼົ່າ, ທັນ​ໃດ​ນັ້ນກໍ​​ເກີດ​ລະ​ເບີດ ​ແລະ ຄົນ​ທັງຫຼາຍກໍ​ເລີ່​ມ​ແລ່ນ​ໜີ​ໂດຍ​ກະວົນກະວາຍ. ຂະນະ​ທີ່​ອົງການ​ຮັກສາ​ຄວາມ​ໝັ້ນຄົງ​ເອຢິບ ​ຢືນຢັນວ່າ: ຢູ່​ໃນ​ສຸ​ເຫຼົ່າດັ່ງກ່າວ​ມີ​ປະມານ 500 ຄົນ​ຂະນະ​ເກີດ​ລະ​ເບີດ.

ຫຼັງ​ເກີດ​ເຫດ, ທຳນຽບປະທານາທິບໍດີ​ເອຢິບ ກໍ​ໄດ້​ປະກາດ​ວ່າ ຈະ​ໄວ້ອາ​ໄລ​ຕໍ່​ຜູ້​ປະສົບ​ເຄາະ​ຮ້າຍ​ເປັນ​ເວລາ 3 ວັນນັບ​ແຕ່​ວັນ​ທີ 24 ພະຈິກ​ນີ້​ເປັນຕົ້ນ​ໄປ. ຂະນະ​ທີ່​ທ່ານ​ຊີ​ຊີ ປະທານາທິບໍດີ​ເອຢິບ ກໍ​ໄດ້​ໄຂ​ກອງ​ປະຊຸມ​ຄວາມ​ໝັ້ນຄົງ​ໂດຍ​ດ່ວນ ​ເພື່ອ​ຫາລື​ມາດ​ຕະການ​ຮັບ​ມື ​ແລະ ຕ່າວ​ໂຈມ​ຕີ ທັງ​ກ່າວ​ປາ​ໄສທາງ​ໂທລະພາບວ່າ: ການ​ກະທຳ​ຕ່າງໆ​ຂອງ​ຜູ້​ກໍ່​ການ​ຮ້າຍ​ກໍ​ເພື່ອ​ສະກັດ​ກັ້ນຄວາມ​ພະຍາຍາມ​ຕ້ານ​ການ​ກໍ່​ການ​ຮ້າຍຂອງ​ພວກ​ເຮົາ ​ແລະ ທຳລາຍ​ມານະ​ຈິດ​ຂອງ​ພວກ​ເຮົາ. ພວກ​ເຮົາ​ຈະ​ຕ້ອງ​ໃຊ້​ມາດ​ຕະການ​ທີ່​ແຂງ​ແຮງ ​ເພື່ອ​ຟື້ນ​ຟູ​ຄວາມ​ໝັ້ນຄົງ​ແລະ​ຄວາມ​ສະຫງົບ​ຂອງ​ທ້ອງ​ຖິ່ນ​ໃນ​ເວລາ​ສັ້ນ ​ເຊິ່ງນີ້​ກໍ​ຄື​ຮູບ​ແບບ​ການ​ແກ້​​ແຄ້ນ​ຂອງ​ພວກ​ເຮົາ ພວກ​ເຮົາ​ຈະ​ຕ່າວ​ໂຈມ​ຕີ​ອິດ​ທິກຳລັງ​ກໍ່​ການ​ຮ້າຍ​ແລະ​ພວກ​ຫົວ​ຮຸນ​ແຮງ​ທີ່​ໄດ້​ກໍ່​ເຫດການຫຼອນ​ໂຈມ​ຕີ​ດັ່ງກ່າວນັ້ນຢ່າງ​ຮຸນ​ແຮງ.

ປັດຈຸບັນ ຍັງ​ບໍ່​ມີ​ອົງການ​ຈັດຕັ້ງ ຫຼື ບຸກຄົນ​ໃດໆອອກ​ມາ​ກ່າວ​ອ້າງ​ຄວາມ​ຮັບຜິດຊອບ​ຕໍ່​ເຫດການຫຼອນ​ໂຈມ​ຕີ​ດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ