ເຮືອບິນຖິ້ມລະເບີດຣັດເຊຍໂຈມຕີກຸ່ມ IS ຢູ່ ຊີລີ
2017-11-26 16:54:33  cri 

ວັນທີ 25 ພະຈິກນີ້, ກະຊວງປ້ອງກັນປະເທດຣັດເຊຍແຈ້ງໃຫ້ຊາບວ່າ, ກອງທັບອາກາດປະເທດຕົນໄດ້ສົ່ງເຮືອບິນຖິ້ມລະເບີດທາງໄກ TU-22M3 6 ລຳໄປໂຈມຕີເປົ້າໝາຍກຸ່ມ IS ຢູ່ພາກຕາເວັນອອກສຽງເໜືອຂອງຊີລີ ແລະສາມາດທຳລາຍຖານທີ່ໝັ້ນແລະຍຸດໂທປະກອນຂອງກຸ່ມຫົວຮຸນແຮງໄດ້ທັງໝົດຕາມແຜນການ.

ກະຊວງປ້ອງການປະເທດຣັດເຊຍຍັງເປີດເຜີຍຕື່ມວ່າ, ກອງເຮືອບິນທີ່ປະກອບດ້ວຍຍົນຮົບ SU-30SM ແລະ SU-35S ຂອງກອງທັບອາກາດຣັດເຊຍທີ່ປະຈຳຢູ່ຖານທັບອາກາດຮາເມມິມຊີລີໄດ້ປະຕິບັດໜ້າທີ່ປ້ອງກັນຝູງເຮືອບິນຖິ້ມລະເບີດຢູ່ນ່ານຟ້າຊີລີ.

ຫຼັງຈາກຍຶດເອົາເມືອງເດຣີໂຊ ເທດສະບານແຂວງເດຣີໂຊໃນຕົ້ນເດືອນກັນຍາປີນີ້ຢ່າງສຳເລັດ, ກອງທັບລັດຖະບານຊີລີສືບຕໍ່ເຄື່ອນທັບລົງພາກໃຕ້ ແລະວັນທີ 19 ພະຈິກນີ້, ກອງທັບລັດຖະບານຊີລີປະກາດວ່າ ສາມາດຍຶດຄືນເມືອງອາບູ ກາເມນຖານທີ່ໝັ້ນແຫ່ງສຸດທ້າຍຢູ່ຊີຣີຂອງກຸ່ມ IS ໄດ້ຢ່າງຮອບດ້ານ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ