ຜົນ​ຜະ​ລິດແລະ​ລາ​ຄາເຂົ້າ​ສານ​ກຳ​ປູ​ເຈຍ​ເພີ່ມ​ຂຶ້ນຄູ່​ກັນ
2017-11-26 14:44:30  cri 
ຜູ້​ອຳ​ນວຍ​ການ​ທະ​ນາ​ຄານ​ພັດ​ທະ​ນາ​ຊົນ​ນະ​ບົດ​ກຳ​ປູ​ເຈຍ​ເປີດ​ເຜີຍ​ໃນ​ວັນ​ທີ 25 ພະ​ຈິກ​ນີ້​ວ່າ, ການ​ເກັບ​ກ່ຽວ​ "ເຂົ້າ​ຫອມດອກ​ຊ້ອນ" ຂອງ​ປະ​ເທດ​ຕົນ​ໃນ​ປີ​ນີ້​ໄດ້​ສຳ​ເລັດ​​ແລ້ວປະ​ມານ 70%, ແລະລາ​ຄາ "ເຂົ້າ​ຫອມດອກ​ຊ້ອນ" ແພງ​ຂຶ້ນ​ປະ​ມານ 12% ຕໍ່​ກິ​ໂລ​ກະ​ລາມເມື່ອທຽບ​ໃສ່​ໄລ​ຍະ​ດຽວ​ກັນອ​ຂງ​ປີ​ຜ່ານ​ມາ. ນອກ​ຈາກ "ເຂົ້າ​ຫອມດອກ​ຊ້ອນ" ແລ້ວ, ​ເຂົ້າ​ຫອມ​ແລະເຂົ້າ​ສານ​ຊະ​ນິດ​ອື່ນໆ​ຂອງ​ປະ​ເທດ​ຕົນ​ລ້ວນ​ແຕ່​ໄດ້​​ຜົນ​ຜະ​ລິດສູງ​ສົມ​ຄວນ, ແລະລາ​ຄາ​ກໍ​ໝັ້ນ​ທ່ຽງ.

​ກະ​ຊວງ​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ກຳ​ປູ​ເຈຍ​​ເປີດ​ເຜີຍ​ວ່າ, ໃນ​ເດືອນ​ກັນ​ຍາ​ປີ​ນີ້, ການ​ສົ່ງ​ອອກ​ເຂົ້າ​ສານ​ຂອງ​ປະ​ເທດ​ຕົນ​ໄດ້​ເພີ່ມ​ຂຶ້ນ 16,7% ​ເມື່ອທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ, ໃນ​ນັ້ນ​ພຽ​ງ​​ແຕ່​ຈີນ​ປະ​ເທດ​ດຽວ​ກໍ​ໄດ້​ນຳ​ເຂົ້າ​ເຂົ້າ​ສານ​ຈາກ​ປະ​ເທດ​ຕົນ 1 ແສນ 2 ໝື່ນ​ໂຕນ. ກ່ອນ​ໜ້າ​ນີ້, ລັດ​ຖະ​ບານ​ຈີນ​ໄດ້​ອະ​ນຸ​ຍາດ​ໃຫ້​ບໍ​ລິ​ສັດ​ສົ່ງ​ອອກ​ເຂົ້າ​ສານ​​ກຳ​ປູ​ເຈຍ 27 ແຫ່ງ​ສາ​ມາດ​​ສົ່ງ​ອອກ​ເຂົ້າ​ສານ​ໄປ​ໃຫ້​ຈີນ​ໂດຍ​ກົງ.
ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ກຳ​ປູ​ເຈຍ​ເຄີຍ​ກ່າວ​ວ່າ, ຈີນ​ແມ່ນ​ຕະ​ຫຼາດ​ໃຫຍ່​ທີ່​ສຸດ​ຂອງ​ເຂົ້າ​ສານ​ປະ​ເທດ​ຕົນ, ​​ໂກ​ຕາການ​ນຳ​ເຂົ້າ​ເຂົ້າ​ສານ​ຈາກ​ປະ​ເທດ​ຕົນ​ຈະ​ເພີ່ມ​ຈາກ 2 ແສນ​ໂຕນ​ໃນ​ປີ​ນີ້​ຂຶ້ນ​ເປັນ 3 ແສນ​ໂຕນ​ໃນ​ປີ 2018.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ