ໄຂກອງ​ປະ​ຊຸມສຳ​ມະ​ນາ​ນະ​ໂຍ​ບາຍ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ​ຢູ່​ປະ​ເທດ​ໄທ
2017-11-26 14:59:01  cri 

ການ​ສຳ​ມະ​ນາ​ນະ​ໂຍ​ບາຍ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໄດ້​ຈັດ​ຂຶ້ນ​ຢູ່ສູນ​ປະ​ຊຸມ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ນະ​ຄອນ​ຫຼວງບາງກອກ​ປະ​ເທດ​ໄທ​. ຜູ້​ຮ່ວມ​ປະ​ຊຸມ​ໄດ້​ປຶກ​ສາ​ຫາ​ລືກັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ການ​ນຳ​ໃຊ້​ເວ​ທີ​ກຳ​ມາ​ທິ​ການ​ເສດ​ຖະ​ກິດ​ສັງ​ຄົມ​ອາ​ຊີ​ປາ​ຊິ​ຟິກ​ຫຼື ESCAP ຂອງ​ອົງ​ການ​ຫະ​ປະ​ຊາ​ຊາດ​ເພື່ອ​ຊຸກ​ຍູ້ການ​ເຊື່ອມ​ຈອດ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​, ຊຸກ​ຍູ້​ໂຄງ​ການ​ຕ່າງໆ​ໃນ​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ​ໃຫ້​ໄດ້​ຮັບ​ການ​ປະ​ຕິ​ບັດ​ຕົວ​ຈິງ​ຫຼາຍ​ຍິ່ງ​ຂຶ້ນ, ແລະ​ບັນ​ລຸ​ໃຫ້​ພາກ​ພື້ນ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ແລະ​ກວມ​ລວມ.

ທ່ານ​ລູ​ຈ້ຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ໄທ​ແລະ​ທ່ານ ຊຳ​ຊັດ ​ອັກ​ຕາ ຮອງ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທັງ​ເປັນ​ເລ​ຂາ​ທິ​ການບໍ​ລິ​ຫານ​ງານ​ຂອງ ESCAP ​ໄດ້ຮ່ວມ​ກັນ​ເປັນ​ປະ​ທານ​ກອງ​ປະ​ຊຸມ, ແລະຜູ້​ຕາງ​ໜ້າ 150 ກວ່າ​ທ່ານ​ຈາກ 30 ກວ່າ​ສະ​ມາ​ຊິກ ESCAP ​ເຂົ້າ​ຮ່ວມ.

ທ່ານ​ອັ​ກ​ຕາ ກ່າວ​ວ່າ, "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ແລະ​ຂະ​ບວນ​ການ​ເຊື່ອ​ສ​ໂຍງ​ພາກ​ພື້ນ​ຂອງ ESCAP ຕ່າງ​ຊ່ວຍ​ຊູ​ກັນ, ​ແລະມີ​ຊ່ອງ​ທາງ​ຮ່ວ​ມ​ມື​ຢ່າງກວ້າງ​ຂວາງ. ESCAP ຍິນ​ດີ​ສະ​ໜັບ​ສະ​ໜູນ​ແລະ​ຊຸກ​ຍູ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຢູ່​ພາກ​ພື້ນ​ຕົນ​ໂດຍ​ຜ່ານ​ຮູບ​ການ​ຕ່າງໆ​ເຊັ່ນ: ການ​ປະ​ສານ​ສົມ​ທົບ​ດ້ານ​ນະ​ໂຍ​ບາຍ, ການ​ກໍ່​ສ້າງ​ຄວາມ​ສາ​ມາດ​, ໂຄງ​ການ​ຮ່ວມ​ມື​ແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ