ປະ​ທານ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​ຈີນ​ພົບ​ປະ​ກັບ​ປະ​ມຸກ​ລັດ​ບ​ຣູ​ໄນ
2017-11-27 11:19:18  cri 
ຕອນ​ບ່າຍ​ວັນ​ທີ 25 ພະ​ຈິກ​ນີ້​ຢູ່ພະ​ລາ​ຊະ​ວັງ​ນູ​ຣົນ​ອີ​ມານ ລາ​ຊະ​ອາ​ນາ​ຈັກ​ບ​ຣູ​ໄນ, ທ່ານ​ສາວ​ຈ້ຽນ​ມິງ ປະ​ທານ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ຮາ​ຈິ ຮາ​ຊາ​ນານ ໂບນ​ເກຍ ປະ​ມຸກ​ລັດ​ບ​ຣູ​ໄນ.

ທ່ານ​ສາວ​ຈ້ຽນ​ມິງ​ກໍ​ສະ​ແດງ​ຄວາມຂອບ​ໃຈ​ ທ່ານ​ຮາ​ຊາ​ນານ​ທີ່​ໃຫ້​ຄວາມ​ສຳ​ຄັນ​ສູງ​ຕໍ່​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ອົງ​ການ​ໄອ​ຍະ​ການ​ຂອງ​ສອງ​ປະ​ເທດ ແລະ​ສະ​ໜັບ​ສະ​ໜູນ​ການ​ຈັດ​ກອງ​ປະ​ຊຸມ​​ປະ​ທານ​ອົງ​ການໄອ​ຍະ​ການຈີນ-ອາ​ຊຽນຄັ້ງ​ທີ 11. ຂະ​ນະ​ດຽວ​ກັນ,ທ່ານ​ສາວ​ຈ້ຽນ​ມິງກໍ​ຢືນ​ຢັນ​ວ່າ ອົງ​ການ​ໄອ​ຍະ​ການ​ສູງ​ສຸດ​ຈີນ​ຈະ​ຮ່ວມ​ກັບ​ອົງ​ການ​ໄອ​ຍະ​ການ​ສູງ​ສຸດບ​ຣູ​ໄນ​ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ຄວາມ​ເປັນ​ເອ​ກະ​ພາບ​ທີ່​ສຳ​ຄັນ​ຂອງ​ປະ​ມຸກ​ລັດ​ສອງ​ປະ​ເທດ, ລົງ​ເລິກ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແລະ​ຕິດ​ແທດ​ຕົວ​ຈິງ ເພື່ອ​​ຕັ້ງ​ໜ້າປະ​ກອບ​ສ່ວນ​ ເຂົ້າ​ໃນ​ການ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານ​ຮາ​ຊາ​ນານ​ໄດ້​ກ່າວ​ຊົມ​ເຊີຍ​ທ່ານ​ສາວ​ຈ້ຽນ​ມິງ​ທີ່​ນຳ​ພາ​ຄະ​ນະ​ເດີນ​ທາງ​ຢ້ຽມ​ຢາມ​ບ​ຣູ​ໄນ​ທັງ​ຢືນ​ຢັນ​ວ່າ ບ​ຮູ​ໄນ​ໃຫ້​ຄວາມ​ສຳ​ຄັນ​ສູງ​ຕໍ່​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ກັບ​ຈີນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ແລະ​ຍິນ​ດີ​ຮ່ວ​ມ​ກັບ​ຈີນ​ຮັດ​ແໜ້ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ, ເປີດກວ້າງ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ​ເພື່ອ​ສ້າງ​ຄວາມ​ສົມ​ບູນ​ພູນ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດຫຼາຍກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ