ພູ​ໄຟ​ເກາະ​ບາຫຼີ​ລະ​ເບີດ​ອີກ​ຄັ້ງ​ໃໝ່
2017-11-27 15:06:24  cri 
ຈາກ​ກໍ​ລະ​ນີ​ທີ່ພູ​ໄຟ​ອາ​ກູງ​ຢູ່​ເກາະ​ບາຫຼີ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ໄດ້​ລະ​ເບີດ​ອີກ​ຄັ້ງ​ໃໝ່​ໃນ​ຕອນ​ບ່າຍ​ວັນ​ທີ 25 ພະ​ຈິກ​ນີ້, ສະ​ຖານ​ກົງ​ສຸນ​ໃຫຍ່​ຈີນ​ປະ​ຈຳແດນ​ປາ​ຊາ ​ໄດ້​ອອກ​ແຈ້ງ​ການ​ດ່ວນ​ທາງ​ເວັບ​ໄຊ​ຕົນ​ໃນ​ວັນ​ທີ 26 ​ເດືອນ​ດຽວ​ກັນ​ເພື່ອ​ເຕືອນ​​ພົນ​ລະ​ເມືອງ​ຈີນ​ໃຫ້​ລະ​ມັດ​ລະ​ວັງ​ໃນ​ການ​ເດີນ​ທາງ​ໄປ​ທ່ຽວ​ເກາະ​ດັ່ງ​ກ່າວ​ໃນ​ໄລ​ຍະ​ນີ້.

ສູນຫຼຸດ​ໄພ​ພູ​ໄຟ​ແລະ​ໄພ​ທຳ​ມະ​ຊາດ​ອິນ​ໂດ​ເນ​ເຊຍ​ລາຍ​ງານ​ວ່າ: ເວ​ລາ 5 ໂມງ 30 ນາ​ທີ​ຂອງວັນ​ທີ 25 ພະ​ຈິກ​ນີ້, ພູ​ໄຟ​ອາ​ກູງ​ໄດ້​ພົ່ນ​ຂີ້​ເທົ່າຢ່າງຫຼວງຫຼາຍ​ອີກ​ຄັ້ງ​ໃໝ່​ເຊິ່ງສູງ​ເຖິງ 1500 ແມັດ​ແລະຕໍ່​ມາ, ​ກໍໄດ້​ພົ່ນ​ຂີ້​ເທົ່າ​ແລະ​ຄວັນ​ໄຟ​ຢ່າງ​ຕໍ່​ເນື່ອງ​ເຊິ່ງ​ສູງ​ເຖິງ 4000 ແມັດ​ທັງ​ມີ​ແສງ​ສີ​ແດງ ​ອາດ​ຈະ​ເປັນ​ສັນ​ຍານ​ການ​ພົ່ນ​ລາ​ວາ​ໄດ້​ທຸກ​ເວ​ລາ. ຂີ້​ເທົ່າ​ພູ​ໄຟ​ໄດ້​​ປິວ​ໄປ​ທິດ​ຕາ​ເວັນ​ອອກ​ແລະ​ຕາ​ເວັນ​ອອກ​ສຽງ​ໃຕ້​ທັງຂະ​ຫ​ຍາຍ​ໄປ​ເກາະລົມ​ບົກ​ຕື່ມ​ອີກ.

ກົງ​ສຸນ​ຈີນ​ປະ​ຈີນ​ແດນ​ປາ​ຊາ​ໃຫ້​ຮູ້​ວ່າ: ປັດ​ຈຸ​ບັນ, ສະ​ໜາມ​ບິນ​ສາ​ກົນ​ງູ​ຣາ ລາຍ ເກາະ​ບາຫຼີ​ໄດ້​ຍົກລະ​ບົບ​ເຕືອນ​ໄພ​ທາງ​ອາ​ກາດ​​ຂຶ້ນ​ເຖິງ​ລະ​ດັບ​ຂັ້ນ​ສູງ​ສຸດ​ສົ່ງ​ຜົນ​ໃຫ້ບໍ​ລິ​ສັດ​ການ​ບິນ​ບາງ​ປະ​ເທດ​ ໄດ້​ຍົກ​ເລີກ​ຖ້ຽວ​ບິນ​ໄປ​ເກາະ​ບາຫຼີ.ສ່ວນ​ລະ​ດັບ​ເຕືອນ​ໄພ​ພູ​ໄຟ​ຍັງ​ຢູ່​ໃນ​ຂັ້ນ​ສາມ​ເໝືອນ​ເດີມ ເຊິ່ງ​ເປັນພຽງ​ຮອງ​ຈາ​ກ​ລະ​ດັບ​ສູງ​ສຸດ​ເທົ່າ​ນັ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ