​ໄທ​ຈັດການ​ສະ​ແດງຊຸດ​​ໄໝ​ໄທ
2017-11-27 17:01:00  cri 
ຕອນ​ບ່າຍວັນ​ທີ 25 ພະຈິກ​ນີ້, ການສະ​ແດງຊຸດ​ໄໝ​ໄທຂະໜາດ​ໃຫຍ່​ໄດ້​ຈັດ​ຂຶ້ນ​ຢູ່​ສູນ​ການ​ຄ້າ​ໂລກ​ນະຄອນຫຼວງ​ບາງກອກໄທ.

ການ​ຈັດການ​ສະ​ແດງ​ດັ່ງກ່າວ​ເປັນ​ສ່ວນ​ໜຶ່ງ​ຂອງ​ງານວາງສະ​ແດງ​ຊຸດ "​​ໄໝ​ໄທ​ກ້າວ​ສູ່​ໂລກ​ປີ 2017" ທີ່​ໄຂ​ຂຶ້ນ​ໃນວັນ​ທີ 23 ພະຈິກ​ນີ້ ​ແລະການສະ​ແດງດັ່ງກ່າວ​ໄດ້​ແບ່ງ​ອອກ​ເປັນ 5 ຊຸດ ຄື ຊຸດ​ໄໝ​ໄທ​ບູຮານ, ຊຸດ​ທັນ​ສະ​ໄໝ, ຊຸດ​ໄທ​​ແບບ​ສາກົນ ​ແລະ​ອື່ນໆ ​ໂດ​ຍເຈົ້າ​ໜ້າ​ທີ່​ລັດຖະບານ​ໄທ ​ແລະ​ເອກອັກຄະ​ລັດຖະທູດ​ບັນດາ​ປະ​ເທດ​ປະຈຳ​ໄທ ພ້ອມ​ພັນ​ລະ​ຍາ​ເຂົ້າ​ຮ່ວມ. ​​ໃນ​ໂອກາດ​ດັ່ງກ່າວ​ຍັງ​ໄດ້​ຈັດ T-Show ໂດຍ​ເອກອັກ​ຄະ​ລັດຖະທູ​ດ 11 ປະ​ເທດ ພ້ອມ​ດ້ວຍພັນ​ລະ​ຍາ​ໃຫ້​ກຽດ​ເຖີນ​ແບບ​ໂດຍ​ການ​ນຸ່ງຊຸດ​ປະຈຳ​ຊາດ​ທີ່​ໃຊ້​ໄໝ​ໄທປະດິດ.

ທ່ານ​ນາງ​ຜັນ​ເພີງ ພັນ​ລະ​ຍາ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ໄທກ່າວ​ໂດຍ​ຫວັງ​ວ່າ: ​ກິດຈະກຳ​ນີ້​ຈະສາມາດ​ເຮັດ​ໃຫ້ວັດທະນະ​ທຳ​ໄທ​ເຊື່ອມ​ໂຍງ​ກັບ​ວັດທະນະທຳ​ຈີນ ​ລວມທັງ​ເຊື່ອມ​ໂຍງ​ຊຸດ​ໄໝ​ໄທ ​ແລະຊຸດກີ​​ເພົາ​ຈີນຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ