ເປີດກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວ​ມ​ມື​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຈີນ-ອິນ​ໂດ​ເນ​ເຊຍ
2017-11-27 16:10:56  cri 

ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວ​ມ​ມື​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຈີນ-ອິນ​ໂດ​ເນ​ເຊຍໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ຈາ​ກາ​ຕາ​​ປະ​ເທດ​ອິນ​ໂດ​ເນ​ເຊຍໃນ​ວັນ​ທີ 27 ພະ​ຈິກ​ນີ້ ໂດຍ​ສອງ​ປະ​ເທດ​​ໄດ້ຮ່ວມ​ກັນ​ປະ​ກາດ​ລິ​ເລີ່ມ​ແຜນ​ການ​ດຳ​ເນີນ​ງາ​ນ​ວ່າ​ດ້ວຍ​ການ​ຮ່ວມ​ມື​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ປີ 2018 ຫາ 2020.

ທ່ານ​ນາງຫຼິວ​ແຢນ​ຕຸ່ງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ກ່າວ​ປາ​ໄສ​ໃນ​ພິ​ທີ ໂດຍ​ຊີ້​ອອກວ່າ, ການ​ປະ​ດິດ​ສ້າງ​ໃໝ່​ພາ​ໃຫ້​ບັນ​ລຸ​ຄວາມ​ໃຝ່​ຝັນ ແລະ​ການ​ຮ່ວມ​ມື​ກັນ​ພາ​ໃຫ້​ເປັນ​ເພື່ອນ​ມິດ​ກັນ. ​ຂໍ​ພຽງ​ແຕ່​ຈີນ​ແລະ​ອິນ​ໂດ​ເນ​ເຊຍ​ຮ່ວມ​ກັນ​ສົ່ງ​ເສີມ​ນ້ຳ​ໃຈ​ຄູ່​ຮ່ວມ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ແລະ ເປີດກວ້າງ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ ກໍຈະ​ສາ​ມາດ​ຊຸກ​ຍູ້​ໃຫ້​ຕື່ມ​ພະ​ລັງ​ຊີ​ວິດ​ໃໝ່​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ສອງ​ປະ​ເທດ.

ໃນ​ໄລ​ຍະ​ເປີດກອງ​ປະ​ຊຸມ, ຍັງ​ໄດ້​ຈັດ​ພິ​ທີ​ເປີດ​ອົງ​ການ​ຮ່ວມ​ມື​ດ້ານ​ປະ​ດິດ​ສ້າງ​ໃໝ່​ລະ​ຫວ່າງ​ຈີນ​ກັບ​ອິນ​ໂດ​ເນ​ເຊຍຫຼາຍ​ສຳ​ນັກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ