ເຂດ​ເຄີ​ດີ​ສະ​ຖານ​ອີ​ຣັກພ້ອມເຈ​ລະ​ຈາ​ກັບ​ລັດ​ຖະ​ບານ​
2017-11-28 10:18:58  cri 
ທ່ານ​ເນ​ເຊີ​ວານ ບານ​ຈາ​ນີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຂດ​ປົກ​ຄອງ​ຕົນ​ເອງ​ເຄີ​ດີ​ສະ​ຖານ​ອີ​ຣັກ​ຢືນ​ຢັນ​ໃນ​ວັນ​ທີ 27 ພະ​ຈິກ​ນີ້​ວ່າ: ຍິນ​ດີ​ເຈ​ລະ​ຈາ​ກັບ​ລັດ​ຖະ​ບານ​ຢ່າງ​ຈິງ​ໃຈ​ເພື່ອ​ແກ້​ໄຂ​ຂໍ້​ຂັດ​ແຍ້ງ​ລະ​ຫວ່າງ​ສອງ​ຝ່າຍ.

ຫຼັງສານ​ສູ​ງ​ສຸດ​ອີ​ຣັກ​ໄດ້​ອອກ​ຄຳ​ຕັດ​ສິນ​ວ່າ​ການ​ລົງ​ປະ​ຊາ​ມະ​ຕິແຍກ​ເປັນ​ເອ​ກະ​ລາດ​ທີ່​ເຂດ​ເຄີ​ດີ​ສະ​ຖານ​ຈັດ​ຂຶ້ນ​ກ່ອນ​ໜ້າ​ນີ້​ເປັນ​ການລະ​ເມີດ​ລັດ​ຖະ​ທຳ​ມະ​ນູນ ທັງ​ປະ​ກາດ​ຍົກ​ເລີກ​ຜົນ​ ການ​ລົງ​ປະ​ຊາ​ມະ​ຕິ​ດັ່ງ​ກ່າວຢ່າງ​ສິ້ນ​ເຊິ່ງ​ໃນ​ວັນ​ທີ 20 ພະ​ຈິກ​ນີ້. ທ່ານ​ບານ​ຈາ​ນີ​ກໍ​ໄດ້ກ່າວ​ໃນ​ການ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ເອີ​ບິນ​ໃນ​ວັນ​ທີ 27 ພະ​ຈິກ​ນີ້​ວ່າ: ຕາມ​ຄຳ​ຕັດ​ສິນ​ຂອງ​ສານ​ສູງ​ສຸດ​ອີ​ຣັກ, ລັດ​ຖະ​ບານ​ຄວນ​ຍົກ​ເລີກ​​ທຸກມາດ​ຕະ​ການ​ຕອບ​ໂຕ້​ທີ່​ແນ​ໃສ່​ການ​ລົງ​ປະ​ຊາ​ມະ​ຕິ​ເພື່ອ​​ແຍກເປັນ​ເອ​ກະ​ລາດ​ຂອງ​ເຂດ​ເຄີ​ດີ​ສະ​ຖານ.

ວັນ​ທີ 25 ກັນ​ຍາ​ຜ່ານ​ມາ, ເຂດ​ປົກ​ຄອງ​ຕົນ​ເອງ​ເຄີ​ດີ​ສະ​ຖານ​ໄດ້​ຈັດ​ການ​ລົງ​ປະ​ຊາ​ມະ​ຕິ​ເພື່ອ​ແຍກ​ເປັນ​ເອ​ກະ​ລາດ​ໂດຍ​ບໍ່​ຫົວ​ຊາ​​ຕໍ່ການ​ຄັດ​ຄ້ານ​ຈາກ​ຝ່າຍ​ຕ່າງໆ. ​ຂະ​ນະ​ທີ່ລັດ​ຖະ​ບານ​ອີ​ຣັກ​​ກໍໄດ້​ຕຳ​ໜິ​ຫຼາຍ​ເທື່ອ​ວ່າ​ການ​ລົງ​ປະ​ຊາ​ມະ​ຕິ​ຂອງ​ເຂດ​ເຄີ​ດີ​ສະ​ຖານ​ເປັນ​ການ​ລະ​ເມີດ​ລັດ​ຖະ​ທຳ​ມະ​ນູນ​ທັງ​ຢືນ​ຢັນ​ຫຼາຍ​ເທື່ອ​ແລ້ວ​ວ່າ ການ​ຍົກ​ເລີກ​ຜົນ​ການ​ລົງ​ປະ​ຊາ​ມະ​ຕິ​ຂອງ​ເຂດ​ເຄີ​ດີ​ສະ​ຖານ​ເປັນ​ເງື່ອນ​ໄຂ​ເບື້ອງ​ຕົ້ນ​ໃນ​ການ​​ດຳ​ເນີນການ​ເຈ​ລະ​ຈາ​ລະ​ຫວ່າງ​ສອງ​ຝ່າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ