"ທາງ​ຍ່າງສີ​ຂຽວ"​ຢູ່​ເມືອງ​ສື​ຊີ່​ແຂວງ​ເຈີ້​ຈ່ຽງ
2017-11-28 16:51:50  cri 

ເພື່ອ​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ດີ​ໃຫ້​ແກ່​ການ​ເດີນ​ທາງ​ຂອງ​ຊາວ​ເມືອງ, ເມືອງ​ສື​ຊີ່​ແຂວງ​ເຈີ້​ຈ່ຽງ ທີ່​ເປັນ​ເມືອງ​ອຸ​ທິ​ຍານ​ແຫ່ງ​ຊາດ​ໄດ້​ເປີດ "ທາງ​ຍ່າງ​ສີ​ຂຽວ"​ ຍາວ 3 ກິ​ໂລ​ແມັດ 2 ສາຍ​ຢູ່​ສອງ​ຟາກທາງວົງ​ແວນ​ທີ 3 ຕອນເໜືອ​ຂອງ​ເມືອງ​ຕົນ​ໃນ​ທ້າຍ​ເດືອນ​ກັນ​ຍາ​ປີ​ນີ້ ເຊິ່ງ​ເສັ້ນ​ທາງ​ດັ່ງ​ກ່າວ​ປູ​ດ້ວຍ​ຊີ​ມັງ​​ທີ່ນ້ຳ​​ຊຶມ​ໄດ້​ແລະ​ເປັນ​ມິດ​ຕໍ່​ສິ່ງ​ແວດ​ລ້ອມ ທັງ​ຕິດ​ຕັ້ງ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ຕ່າງໆ​ເປັນ​ຕົ້ນ ຕັ່ງ​,ຖັງ​ຂີ້​ເຫຍື້ອ,ລະ​ບົບ​ແສງ​ສະ​ຫວ່າງ​ແລະ​ອື່ນໆ ທັງ​ປູກ​ຕົ້ນ​ໄມ້​,​ຫຍ້າ​ແລະ​ດອກ​ໄມ້. ທັງ​ນີ້​ເກືອບ 2 ປີ​ຜ່ານ​ມາ, ເມືອງ​ສື​ຊີ່​ຕັ້ງ​ໜ້າ​ສົ່ງ​ເສີມ​ຊາວ​ເມືອງ​ເລືອກວີ​ທີ​ອອກ​ເດີນ​ທາງ​ແບບ​ສີ​ຂຽວ​ແລະ​ເປັນ​ມິດ​​ຕໍ່​ສິ່ງ​ແວດ​ລ້ອມ ໂດຍ​ໄດ້​ສ້າງ "ທາງ​ຍ່າງ​ສີ​ຂຽວ"​ 22 ກິ​ໂລ​ແມັດ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ