ພູ​ໄຟ​ເກາະ​ບາຫຼີ​ພົ່ນ​ຄວັນ​ຈຳ​ເປັນ​ຕ້ອງ​ປິດ​ສະ​ໜາມ​ບິນ
2017-11-28 11:09:37  cri 
ວັນ​ທີ 27 ພະ​ຈິກ​ນີ້, ສູນບັນ​ເທົາ​ໄພ​ພິ​ບັດ​ພູ​ໄຟ​ແລະ​ທໍ​ລະ​ນີ​ອິນ​ໂດ​ເນ​ເຊຍ​ໄດ້​ຍົກ​ລະ​ດັບ​ເຕືອນ​ໄພ​ພູ​ໄຟ​ອາ​​ກົງ​ເກາະ​ບາຫຼີ​ຂຶ້ນ​ເຖິງ​ລະ​ດັບ​ສູງ​ສຸດ.

ທ່ານ​ຊູ​ໂຕ​ໂປ ເປີ​ໂວ ນູ​ໂກ​ຣ​ໂຮ ໂຄ​ສົກ​ກົມ​ບັນ​ເທົາ​ໄພ​ພິ​ບັດ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ເນື່ອງ​ຈາກ​ພູ​ໄຟ​ພົ່ນ​​ຄວັນອອກ, ສະ​ໜາມບິນ​ສາ​ກົນ​ອູ​ຣາ​ໄຣ​ເກາະ​ບາຫຼີຈະ​ຖືກ​ປິດ​ໜຶ່ງ​ມື້ ທັງຍົກ​ເລີກ​ທຸກ​ຖ້ຽວ​ບິນ​ສົ່ງ​ຜົນ​ເຮັດ​ໃຫ້ນັກ​ທ່ອງ​ທ່ຽວ 5 ໝື່ນ 9 ພັນ​ຄົນຕິດຢູ່​ເກາະ​ບາຫຼີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ