ນາ​ຍົກ​ຈີນ​ເຂົ້າ​ຮ່ວມ​ການ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ​ຈີນ-ປະ​ເທດ​ເອີ​ລົບ​ກາງ​ແລະ​ຕາ​ເວັນ​ອອກ
2017-11-28 14:45:44  cri 


ຕອນ​ເຊົ້າ​ວັນ​ທີ 27 ພະ​ຈິກ​ນີ້, ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເຂົ້າ​ຮ່ວມ​ການ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ​ຈີນ-ປະ​ເທດ​ເອີ​ລົບ​ກາງ​ແລະ​ຕາ​ເວັນ​ອອກຄັ້ງ​ທີ 6 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ບູ​ຕາ​ເປັ​ສ໌ ປະ​ເທດ​ຮົງ​ກາ​ລີ ​ໂດຍຜູ້​ນຳ 16 ປະ​ເທດ​ໃນ​ພາກ​ພື້ນ​ເອີ​ລົບ​ກາງ​ແລະ​ຕາ​ເວັນ​ອອກ​ເຂົ້າ​ຮ່ວມ.


ທ່ານຫຼີ​ເຄີ້​ສຽງ​ຊີ້​ອອກວ່າ, "ການ​ຮ່ວມ​ມື16 + 1" ບໍ່​ແມ່ນ​ເຄື່ອງ​ມື​ການ​ເມືອງ​ພູ​ມີ​ພາກ, ຫາກ​ແມ່ນ​ການ​ຮ່ວມ​ມື​ຕິດ​ແທດ​ຕົວ​ຈິງ​ຂ້າມ​ທະ​ວີບ ເຊິ່ງ​ມີ​ຜົນ​ດີ​ຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ຈີນ-ເອີ​ລົບ​ຂະ​ຫຍາຍ​ຕົວ​ຢ່າງ​​ດຸ່ນ​ດ່ຽງ. ຂະ​ນະ​ດຽວ​ກັນ, ໄດ້​ວາງ​ຂໍ້​ສະ​ເໜີ​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້​ການ​ພົບ​ປະ "ລົງ​ເລິກ​ການ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ການ​ທະ​ນາ​ຄານ ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ" ແລະ​ສະ​ເໜີ​ໃຫ້​ກຳ​ນົດ​ເອົາ​ປີ 2018 ເປັນ​ປີ​ຮ່ວມ​ມື​ລະ​ຫວ່າງ​ທ້ອງ​ຖິ່ນ.

ຜູ້​ນຳ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ເອີ​ລົບ​ກາງ​ແລະ​ຕາ​ເວັນ​ອອກ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ສູງ​ຕໍ່​ຂໍ້​ສະ​ເໜີ​ຂອງ​ທ່ານຫຼີ​ເຄີ້​ສຽງ ແລະ​ກ່າວ​ວ່າ ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ ເພື່ອ​ບັນ​ລຸກ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

ຫຼັງ​ການ​ພົບ​ປະ, ຜູ້​ນຳ​ຈີນ​ແລະ 16 ປະ​ເທດ​ເອີ​ລົບ​ກາງ​ແລະ​ຕາ​ເວັນ​ອອກ​ໄດ້​​ອອກຖະ​ແຫຼງ​ຮ່ວມ "ໂຄງ​ຮ່າງ​ບູ​ຕາ​ເປັ​ສ໌​ວ່າ​ດ້ວຍ​ການ​ຮ່ວມ​ມື​ຈີນ-ເອີ​ລົບ​ກາງ​ແລະ​ຕາ​ເວັນ​ອອກ" ແລະ​ເປັນ​ສັກ​ຂີ​ພິ​ຍານ​ໃຫ້​ແກ່​ການ​ລົງນາມ​ໃນ​ເອ​ກະ​ສານ​ຮ່ວມ​ມືຫຼາຍ​ສະ​ບັບ​ໃນ​ກ່ຽວ​ກັບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ການ​ເຊື່ອມ​ຈອດ​ກັນ, ການ​ຮ່ວມ​ມື​ດ້ານ​ກຳ​ລັງ​ການ​ຜະ​ລິດ, ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ