ພູ​ເຈື່ອນ​ແລະ​ນ້ຳ​ຖ້ວມ​ຢູ່​ອິນ​ໂດ​ເນ​ເຊຍ​ເຮັດ​ໃຫ້ 11 ຄົນ​ເສຍ​ຊີ​ວິດ
2017-11-29 10:17:19  cri 

ອົງ​ການ​ຕ້ານ​ໄພ​ພິ​ບັດ​ອິນ​ໂດ​ເນ​ເຊຍ​ເປີດ​ເຜີຍ​ໃນ​ວັນ​ທີ 28 ພະ​ຈິກ​ນີ້​ວ່າ: ຫຼາຍ​ມື້​ຜ່ານ​ມາ,ຢູ່​ແຂວງ​ຊາ​ວາ​ຕາ​ເວັນ​ອອກ​ອິນ​ໂດ​ເນ​ເຊຍ​ໄດ້​ເກີດ ຝົນ​ຕົກ​ໜັກ​ແລະ​ລົມ​ພັດ​ແຮງ​ສົ່ງ​ຜົນ​ເຮັດ​ໃຫ້​ເກີດພູ​ເຈື່ອນ​ແລະນ້ຳ​ຖ້ວມ ເຊິ່ງ​ສະ​ພາບ​ດັ່ງ​ກ່າວ​ເຮັດ​ໃຫ້​​ຢ່າງ​ໜ້ອຍມີ​ຜູ້​ເສຍ​ຊີ​ວິດ 11 ຄົນ, ເຮືອນຫຼາຍ​ພັນຫຼັງ​ຖືກ​ຖ້ວມ.

ທ່ານ​ຊູ​ໂຕ​ໂປ ໂຄ​ສົກ​ອົງ​ການ​ຕ້ານ​ໄພ​ພິ​ບັດ​ອິນ​ໂດ​ເນ​ເຊຍ​ຖະ​ແຫຼງວ່າ: ​ຕອນ​ຮຸ່ງ​ເຊົ້າ​ວັນ​ທີ 28 ພະ​ຈິກ​ນີ້, ພູ​​ໜ່ວຍ​ໜຶ່ງ​ຢູ່​ເມືອງ​ປາ​ຊີ​ຕັນ​ແຂວງ​ຊາ​ວາ​ຕາ​ເວັນ​ອອກໄດ້​ເຈື່ອນ ເຮັດ​ໃຫ້​ປະ​ຊາ​ຊົນ 9 ຄົນ​ຖືກ​ຖົມ​ເສຍ​ຊີ​ວິດ. ນອກ​ນີ້, ​ຍັງ​ມີອີກ 2 ຄົນ​ເສຍ​ຊີ​ວິດ​ຈາກ​ນ້ຳ​ຖ້ວມ. ປັດ​ຈຸ​ບັນ, ແຂວງ​ດັ່ງ​ກ່າວ​ຍັງ​ຕ້ອງໄດ້​ຍົກ​ຍ້າຍ​ປະ​ຊາ​ຊົນປະ​ມານ 4000 ຄົນ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດ​ໄປ​ສູ່​ບ່ອນ​ປອດ​ໄພ. ທ່ານ​ຊູ​ໂຕ​ໂປ​ຢືນ​ຢັນ​ວ່າ ພາ​ຍຸ​ໄຊ​ໂຄ​ລນ "​ເຊັມ​ປາ​ຄາ"ພັດ​ເຂົ້າ​ພາກ​ໃຕ້​ເກາະ​ຊາ​ວາ​ຢ່າງ​ຮຸນ​ແຮງ ເຊິ່ງ​ເຮັດ​ໃຫ້​ເກີດ​ຝົນ​ຕົກ​ໜັກ​ແລະ​ລົມ​ພັດ​ແຮງ. ນອກ​ຈາກ​ເມືອງ​ປາ​ຊີ​ຕັນ​ແລ້ວ, ຍັງ​ມີ​ອີກ 20 ເມືອງ​ໄດ້​ຮັບ​ຜົນ​ເສຍ​ຫາຍ​ເຊັ່ນ​ດຽວ​ກັນ.


ແຕ່​ເດືອນ ​ພະ​ຈິກ ຫາ​ເດືອນ​ເມ​ສາ​ ​ເປັນ​ລະ​ດູ​ຝົນ​ຂອງ​ອິນ​ໂດ​ເນ​ເຊຍ ທັງ​ເປັນ​ໄລ​ຍະ​ທີ່​ມັກ​ເກີດ ​ພູ​ເຈື່​ອນ​ແລະ ​ນ້ຳ​ຖ້ວມ​ເລື້ອຍໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ