ອົງການ​ຮ່ວມ​ມືເສດຖະກິດ ​ແລະ​ການ​ພັດທະນາ​ຄາດຈັງຫວະ​ການ​​ເຕີບ​ໂຕ​ຂອງ​ເສດ​ຖຸະກິດ​ໂລກ​ປີ​ນີ້ສູງ​ຂຶ້ນ
2017-11-29 14:46:30  cri 
ວັນ​ທີ 28 ພະຈິກ​ນີ້ ຢູ່​ນະຄອນຫຼວງ​ປາລີ​ຝຣັ່ງ, ອົງການຮ່ວມ​ມື​ເສດຖະກິດ​ ​ແລະ​ການ​ພັດທະນາ​ໂລກ​ໄດ້​ເປີດ​ເຜີຍບົດ​ລາຍ​ງານ​ຄວາມ​ຄາດ​ຫວັງ​ຂອງ​ເສດຖະກິດ​ໂລກ​ ​ເຊິ່ງ​ໄດ້​ປັບ​ຈັງຫວະ​ກາ​ນ​ເຕີບ​ໂຕສູງ​ຂຶ້ນ​ໃນ​ປີ 2017.

ບົດລາຍ​ງານ​ຄາ​ດວ່າ: ຈັງຫວະ​ການ​ເຕີບ​​ໂຕ​ຂອງ​ເສດຖະກິ​ດ​ໂລກ​​ໃນ​ປີ 2017 ຈະບັນລຸເຖິງ 3,6% ​ເຊິ່ງປັບຂຶ້ນ 0,1% ​ເມື່ອ​ທຽບ​ໃສ່​​ເດືອນ​ກັນຍາ​ຜ່ານ​ມາ ຂະນະ​ທີ່​ລະດັບ​ຄາດຫວັງ​ສຳລັບ​ປີ 2018 ຍັງ​ຢູ່​ໃນ​ລະດັບ 3,7% ຄື​ເກົ່າ.

ບົດລາຍ​ງານ​ດັ່ງກ່າວຍັງ​ໄດ້​ຍົກ​​ຈັງຫວະ​ການ​ເຕີບ​ໂຕ​ຂອງກຸ່ມ​ເສດຖະກິດ​ພັດທະນາ​​ແລ້ວ​​ໃນ​ປີ 2017 ​ແລະ 2018 ຄື ອາ​ເມ​ລິ​ກາ ​ແລະ​ເຂດ​​​ໃຊ້​ເງິນ​ເອີ​ໂຣສູງ​ຂຶ້ນ, ​ແຕ່​ຫຼຸດ​​ຄາດ​ໝາຍ​ຂອງ​ເສດຖະກິດ​ຍີ່​ປຸ່ນ ​ແລະ​ອັງກິດລົງ. ສຳ​ລັບ​ຄາດ​ໝາຍ​ຕໍ່ກຸ່ມເສດ​ຖະກິດ​ພັດທະນາໃໝ່​ ຄື ອິນ​ເດຍ, ລັດ​ເຊຍ, ​ເບຼຊິນ ​ແລະ​ອື່ນໆກໍ​ແຕກ​ຕ່າງ​ກັນ.

​ແນວ​ໃດ​ກໍ​ດີ, ສິ່ງ​ທີ່​ໜ້າສົນ​ໃຈ​ກໍ​ຄື ອົງການ​ຮ່ວມ​ມືເສດຖະກິດ​ ​ແລະ​ການ​ພັດທະນາ​ຄາດ​ວ່າ ​ໃນ​ປີ 2019 ຈັງຫວະ​ການ​ເຕີບ​ໂຕ​ຂອງກຸ່ມ​ເສດຖະກິດ​ຕົ້ນຕໍ​ຕ່າງໆຈະ​ຫຼຸດ​ລົງ, ຂະນະ​ທີ່​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ໂລກ​ຈະ​ຢູ່​ໃນ​ລະດັບ 3,6%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ