ຜູ້​ນຳ​ປະ​ເທດ​ເອີ​ລົບ​ກາງແລະ​ຕາ​ເວັນ​ອອກ​ເຫັນ​ດີ​ຮ່ວມ​ມື​ຂອບ​ສອງ​ຝ່າຍ​ແລະ 16+1
2017-11-30 11:10:19  cri 
​ພາຍຫຼັງສຳ​ເລັດ​ການ​ເຂົ້າ​ຮ່ວມ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ​ຈີນ-ປະ​ເທດ​ເອີ​ລົບ​ກາງ​ແລະ​ຕາ​ເວັນ​ອອກ​ຄັ້ງ​ທີ 6 ແລະ ​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ຮົງ​ກາ​ລີ​ຢ່າງ​ເປັນ​ທາງ​ການ​ແລ້ວ, ​ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເດີນ​ທາງ​ດ້ວຍ​ເຄື່ອງ​ບິນ​ພິ​ເສດ​ອອກ​ຈາກ​ນະ​ຄອນຫຼວງ​ບູ​ຕ​າ​ເປ​ສ໌​ໃນຕອນ​ເຊົ້າ​ວັນ​ທີ 29 ພະ​ຈິກ​ນີ້.

ໃນ​ໄລ​ຍະ​ຢ້ຽມ​ຢາມ, ທ່ານຫຼີ​ເຄີ້​ສຽງ​ໄດ້​ພົບ​ປະ​ແລກ​ປ່ຽນ​ຄວາມ​ເຫັນ​ກັບ​ຜູ້​ນຳ​ບັນ​ດາ​ປະ​ເທດ​ໃນ​ເອີ​ລົບ​ກາງ​ແລະ​ຕາ​ເວັນ​ອອກ ພ້ອມ​ດ້ວຍ​ປະ​ມຸກ​ລັດ ແລະ ບຸກ​ຄົນ​ວົງ​ການ​ຕ່າງໆ​ຂອງ​ຮົງ​ກາ​ລີ ໂດຍຜູ້​ນຳ​ປະ​ເທດ​ເອີ​ລົບ​ກາງ​ແລະ​ຕາ​ເວັນ​ອອກ​ຕ່າງ​ກໍເຫັນ​ດີ​ເປັນ​ເອກ​ະ​ພາບ​ກັນ​ວ່າ, ຍິນ​ດີ​​ຮ່ວມ​ມື​ສອງ​ຝ່າຍ ແລະ ໃນ​ຂອບ "16 + 1" ເພື່ອ​ສ້າງ​ອະ​ນາ​ຄົດ​ແຫ່ງ​ການ​ພັດ​ທະ​ນາ​ທີ່​ດີ​ງາມກວ່າ​ເກົ່າ​ກັບ​ຈີນ ແລະ​ນຳ​ເອົາ​ຄວາມ​ຜາ​ສຸກມາ​ໃຫ້​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດຫຼາຍກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ