ເຈົ້າ​ໜ້າ​ທີ່ອົງ​ການ​ຄວາມ​ໝັ້ນ​ຄົງ​ແລະ​​ການຮ່ວມ​ມື​ເອີ​ລົບ​ຢືນ​ຢັນ​ບັ​ນ​ດາ​ຝ່າຍ​ໃນ​ອູ​ແກ​ຣນທີ່​ປະ​ທະ​ກັນ​​ເຫັນ​​ພ້ອມແລກ​ປ່ຽນ​​ຊະ​ເລີຍ​ເສິກ
2017-12-01 11:13:22  cri 
​ທ່ານ​ມາ​ຕິນ​ ຊາ​ດິກ ຜູ້​ຕາງ​ໜ້າ​ພິ​ເສດ​ອົງ​ການ​ຄວາມ​ໝັ້ນ​ຄົງ​ແລະ​ການ​ຮ່ວມ​ມື​ເອີ​ລົບ​ກ່າວ​ທີ່​ນະ​ຄອນຫຼວງ​ມິງ​ປະ​ເທດ​ເບ​ຣາ​ລູ​ຊີ​ໃນ​ວັນ​ທີ 29 ພະ​ຈິກ​ນີ້​ວ່າ, ບັນ​ດາ​ຝ່າຍ​ທີ່​ປະ​ທະ​ກັນ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ອູ​ແກ​ຣນ​ເຫັນ​​ພ້ອມແລກ​ປ່ຽນ​​ຊະ​ເລີຍ​ເສິກ.

ມື້​ດຽວ​ກັນ, ໜ່ວຍ​ປະ​ສານ​ງານ​ສາມ​ຝ່າຍ ຄື ອູ​ແກ​ຣນ, ອົງ​ການ​ຄວາ​ມ​ໝັ້ນ​ຄົງ ແລະ​ການ​ຮ່ວມ​ມື​ເອີ​ລົບ ແລະ​ຣັດ​ເຊຍ​ກ່ຽວ​ກັບ​ບັນ​ຫາ​ອູ​ແກ​ຣນ​ໄດ້​ເຈ​ລະ​ຈາ​ກັນຕາມທຳ​ນຽມ​ຢູ່​ນະ​ຄອນຫຼວງ​ມິງ. ​ຈາກ​ນັ້ນ ທ່ານ​ຊາ​ດິກກໍ​ໄດ້​ອ່ານ​ຖະ​ແຫຼງ​ການ​​ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ຫຼັງ​ການ​ເຈ​ລະ​ຈາ​ວ່າ, ໜ່ວຍ​ປະ​ສານ​ງານສາມ​ຝ່າຍ​ໄດ້​ຢືນ​ຢັນຕໍ່​ໜ້າ​ຜູ້​ຕາງ​ໜ້າ​ເຂດ​ດອນ​ເນ​ສ​ກາ​ຢາ ແລະ ເຂດ​ລູ​ກັນ​ສ໌​ວ່າ, ບັນ​ດາ​ຝ່າຍ​ຈະ​ປຶກ​ສາ​ຫາ​ລື​ລາຍ​ລະ​ອຽດ​ແລະ​ວັນ​ເວ​ລາ​ແລກ​ປ່ຽນ​ຊະ​ເລີຍ​ເສິກ​ຕາມ​ບັນ​ຊີ​ລາຍ​ຊື່​ທີ່​ຜ່ານ​ການ​ສຳຫຼວດ.

ທ່ານ​ຊາ​ດິກ​ກ່າວ​ຕື່ມ​ວ່າ, ໃນ​ການ​ເຈ​ລະ​ຈາ​ຍັງ​ໄດ້​ເນັ້ນ​ປຶກ​ສາ​ຫາ​ລື​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ປະ​ຊາ​ຊົນ​ຢູ່​ເຂດ​ປະ​ທະ​ກັນ ແລະ​ປະ​ຕິ​ບັດ​ຕາມ​ສັນ​ຍາ​ຢຸດ​ຍິງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ