ໂອ​ເປັກ​ຕົກ​ລົງ​ແກ່​ຍາວ​ເວ​ລາ​​ສັນ​ຍາຫຼຸດ​ຜົນ​ຜະ​ລິດ
2017-12-01 16:39:36  cri 
    ທ່ານ ຮາ​ລິດ ອັນ ຟາ​ລິ​ເຮິ ປະ​ທານ​ໝູນ​ວຽນອົງ​ການສົ່ງ​ອອກ​ນ້ຳ​ມັນ​ເຊື້ອ​ໄຟ ຫຼື ໂອ​ເປັກ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ, ອຸດ​ສ​າ​ຫະ​ກຳ ແລະ​ບໍ່​ແຮ່​​ອາ​ຣັບ​ບີ​ຊາ​ອຸ​ດິດ ປະ​ກາດ​ໃນ​ວັນ​ທີ 30 ພະ​ຈິກ​ຜ່ານ​ມາ​ວ່າ, ອົງ​ການ​ຕົນ​ແລະ​ປະ​ເທດ​ຜະ​ລິດ​ນ້ຳ​ມັນ​ເຊື້ອ​ໄຟ​ທີ່​ບໍ່​ຂຶ້ນ​ກັບໂອ​ເປັກ ໄດ້​ຕົກ​ລົງ​ແກ່​ຍາວ​ເວ​ລາ​ປະ​ຕິ​ບັດ​ສັນ​ຍາ​ກ່ຽວ​ກັບ​ການຫຼຸດ​ຜົນ​ຜະ​ລິດ​ໃຫ້​ໜ້ອຍ​ລົງ​ນັ້ນ​ໄປ​ເຖິງ​ທ້າຍ​ປີ 2018.

    ມື້​ດຽວ​ກັນ, ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ອົງ​ການ​ໂອ​ເປັກ ແລະ ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ 10 ປະ​ເທດຜະ​ລິດ​ນ້ຳ​ມັນ​ເຊື້ອ​ໄຟ​ທີ່​ບໍ່​ຂຶ້ນ​ກັບ​ອົງ​ການ​ໂອ​ເປັກ ເຊັ່ນ ຣັດ​ເຊຍ ເປັນ​ຕົ້ນ ໄດ້​ໄຂ​ຂຶ້ນ​ຢູ່​ສຳ​ນັກ​ເລ​ຂາ​ອົງ​ການ​ໂອ​ເປັກ​ທີ່​ນະ​ຄອນຫຼວງວຽນ ປະ​ເທດ​ໂອ​ຕ​ຣິ​ສ ແລະ ທ່ານ ຟາ​ລິ​ເຮິ ໄດ້ແຈ້ງ​ຂ່າວ​ດັ່ງ​ກ່າວ​ໃນ​ການ​ຖະ​ແຫຼງ​ຂ່າວ​ຫຼັງ​ປະ​ຊຸມ.

    ນອກນີ້, ກອງ​ປະ​ຊຸມ​ຍັງ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ, ໂອ​ເປັກ​ແລະ​ປະ​ເທດ​ເຫຼົ່າ​ນີ້ ຈະ​ພິ​ຈາ​ລະ​ນາ​ວ່າ ຈະ​ເຄື່ອນ​ໄຫວ​ປັບ​ປຸງ​ຕື່ມ​ອີກຫຼື​ບໍ່ ໂດຍ​ອີງ​ຕາມ​ເງື່ອນ​ໄຂ​ຕະຫຼາດ​ແລະ​ຄວາມ​ຄືບ​ໜ້າ​ໃນ​ການ​ປັບ​ປຸງ​ຕະຫຼາດ​ນ້ຳ​ມັນ​ດິບ​ໃຫ້​ດຸນ​ດຸ່ຽງ​ໃນ​ເດືອນ​ມິ​ຖຸ​ນາ 2018.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ