ວັນທີ 30 ພະຈິກຜ່ານມາ, ທ່ານ ສີຢົງມ້າວ ປະທານກຸ່ມຊື້ມ້າວຮົງກົງ ໄດ້ມອບ "ແຜນທີ່ດິນແດນເສັ້ນທາງສາຍໄໝ" ໃຫ້ຫໍພິພິທະພັນພະລາຊະວັງບູຮານ ໂດຍທ່ານ ຕົງຈ້ຽນຮວາ, ທ່ານ ວັງຊິ່ນໝິນ ຮອງປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ, ທ່ານ ຈ່າງສຽວມິງ ຫົວໜ້າຫ້ອງການຮົງກົງມາກ໋າວລັດຖະບານຈີນ, ທ່ານ ຊິວຢວນພິງ ຫົວໜ້າຫ້ອງການວຽກງານຊາວຈີນຕ່າງດ້າວລັດຖະບານຈີນ ແລະ ທ່ານອື່ນໆ ໄດ້ເຂົ້າຮ່ວມພິທີມອບ-ຮັບ.