ສະ​ເຫລີຍ​ຜົນ​ການ​ຈົກ​ສະຫຼາກ​ແບ່ງ​ກຸ່ມ​ຂອງ​ງານ​​ກິ​ລາ​ເຕະ​ບານ​ຊີງ​ຂັນ​ໂລກ 2018
2017-12-02 15:06:06  cri 
ເວ​ລາ 18 ໂມງ​ຂອງວັນ​ທີ 1 ທັນ​ວາ​ນີ້ ຕາ​ມ​ເວ​ລາ​ທ້ອງ​ຖິ່ນ, ພິ​ທີ​ຈົກ​ສະຫຼາ​ກແບ່ງ​ກຸ່ມ​ຂອງ ງານ​​ກິ​ລາ​ເຕະ​ບານ​ຊີງ​ຂັນ​ໂລກ ໄດ້​ຈັດ​ຂຶ້ນ​ຢູ່​ວັງ​ແກ​ລມ​ແລງນະ​ຄອນຫຼວງ​ມົ​ສ​ກູ​ປະ​ເທດ​ຣັດ​ເຊຍ​ໂດຍ​ທ່ານວ​ຣາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ, ທ່ານ​ກຽນ​ນີ ອິນ​ຟານ​ຕີ​ໂນ ປະ​ທານ​ສະ​ຫະ​ພັນ​ບານ​ເຕະ​ສາ​ກົນ, ຄູ​ຝຶກ​ຂອງ 32 ທີມ​ຊາດ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ ກໍ​ຄື​ດາ​ລາ​ບານ​ເຕະ​ໂລກ​ເປັນ​ຕົ້ນ ທ່ານເປ​ລີ, ທ່ານ​ໂຣ​ນານ​ໂດ, ທ່ານ​ມາ​ຕາ​ອູ​ສ ພ້ອມ​ດ້ວຍ​ແຂກ​ຜູ້​ມີ​ກຽດ​ທ່ານ​ອື່ນໆ​ປະ​ມານ 1000 ກວ່າ​ທ່ານ​ເຂົ້າ​ຮ່ວມ.

ຈາກ​ການ​ປະ​ສານ​ສົມ​ທົບ​ຂອງ​ແຂກ​ຜູ້​ມີ​ກຽດ​ຈົກ​ສະຫຼາກ 8 ທ່ານ, ໄດ້​ສະ​ເຫຼີຍ​ຜົນ​ການ​ແບ່ງ​ກຸ່ມ​ຂອງ 32 ທີມ​ຊາດ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຮອບ​ຊີງ​ຊະ​ນະ​ເລີດ​ຂອງ ງານ​​ກິ​ລາ​ເຕະ​ບານ​ຊີງ​ຂັນ​ໂລກ ຄື ກຸ່ມ A: ຣັດ​ເຊຍ,ອາ​ຣັບ​ບີ​ຊາ​ອູ​ດິດ, ເອ​ຢິບ​ແລະ​ອູ​​ຣູ​ໄກວ. ກຸ່ມ B: ປອກ​ຕຸຍ​ການ,ແອສ​ປາຍ, ມາ​ຣົກ​ແລະ​ອີ​ຣານ, ກຸ່ມ C: ຝ​ຣັ່ງ,ອົ​ສ​ຕ​ຣາ​ລີ,ເປ​ຣູແລະ​ດານ​ມາກ, ກຸ່ມ D:ອາກ​ຊັງ​ຕິນ,ອິ​ດ​ສ​ລັງ,ໂກຼອາ​ຊີ ແລະນີ​ເຊ​ຣີ. ກຸ່ມE: ເບຼ​ຊິນ,ສວິ​ສ,  ​ໂກ​ສ​ຕາ​ຣີ​ກາແລະ​ແຊກ​ບີ,​ກຸ່ມF: ເຢຍ​ລະ​ມັນ, ແມັກ​ຊິກ,ຊູ​ແອັດ​ແລະ​ສ ເກົາຫຼີ. ກຸ່ມG: ແບນ​ຊິກ, ອັງ​ກິດ,ຕຸຍ​ນີ​ຊີ​ແລະ​ປາ​ນາ​ມາ. ສ່ວນ​ກຸ່ມHປະ​ກອບ​ດ້ວຍ ໂປ​ໂລຍ,ໂກ​​ລົມ​ບີ, ເຊ​ເນ​ການແລະ​ຍີ່​ປຸ່ນ.

ງານ​​ກິ​ລາ​ເຕະ​ບານ​ຊີງ​ຂັນ​ໂລກຈະ​ຈັດ​ຂຶ້ນ​ຢູ່ 11 ຕົວ​ເມືອງ​ຂອ​ງ​ຣັດ​ເຊຍແຕ່​ວັນ​ທີ 14 ມິ​ຖຸ​ນາ​ຫາ​ວັນ​ທີ 15 ກໍ​ລະ​ກົດ​ປີ 2018.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ