ທ່ານຫຼີ​ເຄີ້​ສຽງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ພາ​ມົນ​ຕີ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮຄັ້ງ​ທີ 16
2017-12-02 15:07:32  cri 
ຕອນ​ບ່າຍ​ວັນ​ທີ 1 ທັນ​ວາ​ນີ້ ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມສະ​ພາ​ມົນ​ຕີ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮຄັ້ງ​ທີ 16 ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ຊອກ​ຊີ ປະ​ເທດ​ຣັດ​ເຊຍ.ທ່ານ​ດີ​ມີ​ຕ​ຣີ ເມັດ​ເວ​ເດັ​ຟ ນ​າ​ຍົກ​ລັດ​ຖະ​ມົນ​ຕີ​ຣັດ​ເຊຍ, ທ່ານ​ບາ​ຄິ​ສ​ຊານ ຊາ​ກິນ​ຕາ​ເຢັ​ຟ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກາ​ຊັກ​ສະ​ຖານ, ທ່ານ​ຊາ​ປາ ອິ​ຊາ​ຄົ​ຟ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຽກ​ກີ​ສະ​ຖານ, ທ່ານ​ໂຄ​ເຄຍ ຣາ​ຊູນ​ໂຈ​ດາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຕາ​ຊີ​​ກີ​ສະ​ຖານ, ທ່ານ​ອັບ​ດູນ​ລາ ອາ​ຣິ​ໂປ​ຟ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອຸ​ສ​ເບ​ກີ​ສະ​ຖານ, ທ່ານ​ຊາ​ຣິດ ຄາ​ການ ອັບ​ບາ​ຊີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກີ​ສະ​ຖານ​ແລະ​ຜູ້​ຕາງ​ໜ້າ​ລັດ​ຖະ​ບານ​ອິນ​ເດຍ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ.

ທ່ານຫຼີ​ເຄີ້​ສຽງ​ຢືນ​ຢັນ​ໃນ​ເວ​ລາ​ປະ​ກອບ​ຄຳ​ຄິດ​ເຫັນຢູ່ກອງ​ປະ​ຊຸມ​ວ່າ: ນັບ​ແຕ່​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ສ້າງ​ຕັ້ງ​ຂຶ້ນ​ເປັນ​ເວ​ລາ 16 ປີ​ມາ​ນີ້, ປະ​ເທດ​ສະ​ມາ​ຊິກ​ຕ່າງ​ໆ​ໄດ້​ເດັດ​ດ່ຽວ​ຍຶດ​ໝັ້ນ​ເຄົາ​ລົບ​ແລະ​ປະ​ຕິ​ບັດ​ຕາມ "​ຈິດ​ໃຈ​ຊຽງ​ໄຮ"ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ,ສະ​ເໝີ​ພາບ​ກັນ,ປຶກ​ສາ​ຫາ​ລື​ກັນ, ເຄົາ​ລົບ​ຄວາມຫຼາກຫຼາຍ​ສີ​ສັນ​ດ້ານ​ອະ​ລິ​ຍະ​ທຳ​ແລະສະ​ແຫວງ​ຫາ​ການ​ພັດ​ທະ​ນາ​ຮ່ວມ​ກັນ. ຊຸກ​ຍູ້​ການ​ຮ່ວມ​ມື​ໃນຂົງ​ເຂດ​ຄວາມ​ໝັ້ນ​ຄົງ, ເສດ​ຖະ​ກິດ,ວັດ​ທະ​ນະ​ທຳ​ແລະ​ອື່ນໆ, ໄດ້​ສ້າງ​ໂຕ​ແບບ​ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ​ຊາດ​ແບບ​ໃໝ່​ທີ່​ເຄົາ​ລົບ​ນັບ​ຖື​ເຊິ່ງ​ກັນ​ແລະ​ກັນ, ຍຸດ​ຕິ​ທຳ​ແລະ​ທ່ຽງ​ທຳ, ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ໂຫຍດ. ໃນ​ກອງ​ປະ​ຊຸມ​ສຸດຍອດ​ອາ​ສ​ຕາ​ນາ​ທີ່​ຈັດ​ຂຶ້ນ​ໃນ​ເດືອນ​ມິ​ຖຸ​ນາ​ຜ່ານ​ມາ, ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໄດ້​ຮ່ວມ​ກັບ​ບັນ​ດາ​ຝ່າຍ​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ທີ່​ສຳ​ຄັນ​ເປັນ​ຕົ້ນ ຮັດ​ແໜ້ນ​ຄວາມ​ສາ​ມັກ​ຄີ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນ​ຄົງ, ເຊື່ອ​ຕໍ່​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ, ລົງ​ເລິກ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ແລະ​ອື່ນໆ. ຫຼັງ​ກອງ​ປະ​ຊຸມ​ສຸດຍອດ, ຈີນ​​ໄດ້​ຮັບ​ໜ້າ​ທີ່​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ແລະ​ໂດຍ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ຕັ້ງ​ໜ້າຈາກ​ບັນ​ດາ​ຝ່າຍ, ຈີນ​​ໄດ້​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າ​ງໆ​ຂະ​ຫຍາຍ​ຕົວ​ຢ່າງ​ໜັກ​ແໜ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ