ສ​ປ​ປ​ເກົາ​ຫຼີ​ກ່າວ​ປະ​ນາມ​ອາ​ເມ​ລິ​ກາ​ແລະ​ສ.ເກົາ​ຫຼີ​ທີ່​ຈະ​ຈັດ​ການ​ຊ້ອ​ມ​ຮົບ​ຮ່ວມ
2017-12-03 16:01:39  cri 

ວັນ​ທີ 2 ທັນ​ວານີ້, ສ​ປ​ປ​ເກົາ​ຫຼີກ່າວ​ປະ​ນາມ​ອາ​ເມ​ລິ​ກາ​ແລະ​ສ.ເກົາ​ຫຼີ​ທີ່​ຈະ​ຈັດ​ການ​ຊ້ອ​ມ​ຮົບ​ຮ່ວມທາງ​ອາ​ກາດ​ໃນ​ເດືອນນີ້, ແລະ​ກ່າວ​ວ່າ​ການ​ຊ້ອມ​ຮົບ​ແມ່ນ​ແນ​ໃສ່​ສ​ປ​ປ​ເກົາ​ຫຼີ, ໄດ້​ຊຸກ​ຍູ້​​ແຫຼ​ມ​ເກົາ​ຫຼີ​ທີ່​ສ​ະ​ດຸ້ງ​ໄວ​ໃນ​ປັດ​ຈຸ​ບັນນັ້ນ​ໃຫ້​​ຂະ​ຫຍາຍ​ໄປ​ສູ່​ສົງ​ຄາມ.

ມື້​ດຽວ​ກັນ ກະ​ຊວງກ​​ານ​ຕ່າງ​ປະ​ເທດສ​ປ​ປ​ເກົາ​ຫຼີ​ອອກ​ຖະ​ແຫຼງ​ການ​​ໂດຍກ່າວ​ວ່າ, ອາ​ເມ​ລິ​ກາ​ກ່າວ​ວ່າ​ການ​ຊ້ອມ​ຮົບ​ເທື່ອນີ້ແມ່ນ​ຢາກ​ຝຶກ​ແອ​ບ​ຄວາມ​ສາ​ມາດໃນ​ການ​ສູ້ຮົບ​ແທ້​ຈິງ,ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ທີ່​​ເຮັດ​ໃຫ້​ສ​ປ​ປ​ເກົາ​ຫຼີ​ເສຍ​ຄວາມ​ສາ​ມາດ​ໂຈມ​ຕີ​ທາງ​ຍຸດ​ທະ​ສາດ​ໃນ​ໄລ​ຍະ​ເລີ່ມ​ຕົ້ນ​ເກີດ​ສົງ​ຄາມ.

ຖະ​ແຫຼງ​ການ​ຊີ້​ອອກວ່າ, ຖ້າ​ວ່າ​ອາ​ເມ​ລິ​ກາ​ເຮັດ​ໃຫ້​ແຫຼມ​ເກົາ​ຫຼີ​ກໍ​ຄື​ທົ່ວ​ໂລກ​​ເກີດ​ສົງ​ຄາມ​ນິວ​ເຄຼຍ​ແລ້ວ, ຈະ​ໃຫ້​ອາ​ເມ​ລິ​ກາແບກ​ຫາບ​​ຜົນ​ຮ້າຍ​ຢ້ອນ​ຫຼັງ​ທຸກ​ຢ່າງ.

ຖະ​ແຫຼງ​ການ​ຂຽນ​ວ່າ, ອາ​ເມ​ລິ​ກາ​ແລະ​ສ.​ເກົາ​ຫຼີຈະ​ຈັດ​ການ​ຊ້ອມ​ຮົບ​ຮ່ວມ​ທາງ​ອາ​ກາດ​ໃນ​ວັນ​ທີ 4-8 ທັນ​ວານີ້ ​​ເຊິ່ງມີ​ຂະ​ໜາດ​ໃຫຍ່ກວ່າໝູ່​ໃນ​ປະ​ຫວັດ​ສາດ​, ໂດຍ​ມີ​ຍົນ​ຮົບຫຼາຍກວ່າ 230 ລຳ​ແລະ​ນາຍ​ແລະ​ພົນ​ທະ​ຫານ​ອາ​ເມ​ລິ​ກາ 1 ໝື່ນ 2 ພັນ​ຄົນ​ທີ່​ປະ​ຈຳ​ຢູ່​ຖານ​ທັບ​ອາ​ກາດ​ຍິ່​ປຸ່ນ​ແລະ​ສ.ເກົາ​ຫຼີ​ເຂົ້າ​ຮ່ວມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ