ຈີນ​ຣັດ​ເຊຍ​ຝຶກ​ຊ້ອມ​ຕ້ານ​ການ​ກໍ່​ການ​ຮ້າຍ​ຮ່ວມ "ຮ່ວມ​ມື2017"
2017-12-04 17:27:22  cri 
ການ​ຝຶກ​ຊ້ອມ​ຕ້ານ​ການ​ກໍ່​ການ​ຮ້າຍ​ຮ່ວມ​ຈີນ-ຣັດ​ເຊຍ​ໃນ​ລະ​ຫັດ"ຮ່ວມ​ມື2017"

​ໄດ້ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 3 ທັນ​ວາ​ນີ້ໂດຍ​ທະ​ຫານ​ຈີນ-ຣັດ​ເຊຍ​ໄດ້​ຝຶກ​ຊ້ອມ​ ​ການ​ຍິງ​ເປົ້າ​ດ້ວຍ​ປືນ​ຍາວ​ອັດ​ຕະ​ໂນ​ມັດ 95, ຍິງ​ປືນ​ແບບ​ເຄື່ອນ​ທີ່​ວ່ອງ​ໄວ, ແກວ່ງ​ໝາກ​ແຕກ, ປິ່ນ​ປົວ​ສຸກ​ເສີນ​​ໃນ​ສະ​ໜາມ​ຮົບ​ແລະ​ອື່ນໆ.

ທ່ານຫຼິວ​ຈື້​ຈຸ່ນ ຫົວ​ໜ້າ​ທີມ​ຝ່າຍ​ຈີນ​ທີ່​ເຂົ້າ​ຮ່ວມ​ການ​ຝຶກ​ຊ້ອມ​ຮ່ວມ​ກ່າວ​ວ່າ: ການ​ຝຶກ​​​ຊ້ອມຮ່ວມ​ດຳ​ເນີນ​ແຕ່​ວັນ​ທີ 3ຫາ 8 ທັນ​ວາ​ນີ້, ນອກ​ຈາກ​ການ​ຝຶກ​ຊ້ອມ​ວິ​ທີ​ສູ້​ຮົບ​ຕ່າງໆ​ເປັນ​ຕົ້ນ,ການ​ຍິງ​ປືນ​ຂັ້ນ​ພື້ນ​ຖານ, ການ​ຍິງ​ປືນ​ໂດຍ​ນຳ​ໃຊ້​ວິ​ທີ​ສູ້​ຮົບ​ຕົວ​ຈິງ, ຫຼາຍ​ຈຸ​ປະ​ສານ​ສົມ​ທົບ​ໃນ​ການ​ຍິງ​ປືນ, ການ​ບຸກ​ໂຈມ​ຕີ​ອາ​ຄານຢ່າງ​ກະ​ທັນ​ຫັນ, ຕ້ານ​ການ​ປຸ້ນ​ຈີ້​ໃນ​ລົດ​ເມ​ປະ​ຈຳ​ທາງ,ການ​ສູ້​ຮົບ​ແບບກວາດ​ລ້າງ​ເຂດ​ຄຸ້ມ​ຖະ​ໜົນ​ແລະ​ອື່ນໆ​ແລ້ວຍັງ​ຈະ​ຈັດ​ການ​ສຳ​ມະ​ນາ​ວ່າ​ດ້ວຍ​ການ​ບັນ​ຊາ​ການ​ຝຶກ​​ຊ້ອມ​ແລະ​ວິ​ທີ​ການ​ສູ້​ຮົບແລະ​ວັນ​ທີ 9 ​ເດືອນ​ດຽວ​ກັນຈະ​ເຂົ້​າ​ສູ່​ໄລ​ຍະ​ຊ້ອມ​ຮົບ​ຮ່ວມ​ໂດຍ​ ກອງ​ຕີ​ພິ​ເສດ​ປະ​ສົມນ້ອຍ​ຈະ​ດຳ​ເນີນ​ການ​ຝຶກ​ຊ້ອມ​ສູ້​ຮົບ​ລວມ​ໃນ​ການຕ້ານ​ການ​ກໍ່​ການ​ຮ້າຍ​ຢູ່​ເຂດ​ພູ​ດອຍ​ເປັນ​ເວ​ລາ 3 ມື້ 2 ຄືນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ