ສະຖານທູດລາວ ປະຈຳ ສປ ຈີນ ສະຫລອງວັນຊາດ ຄົບຮອບ 42 ປີ
2017-12-04 17:40:56  cri 

ສະຖານທູດລາວ ປະຈຳ ສປ ຈີນ​ຈັດ​ພິທີໂຮມຊຸມນຸມປາຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 42 ປີ ແລະ ວັນຄ້າຍວັນເກີດ ປະທານໄກສອນ ພົມວິຫານ ຄົບຮອບ 97 ປີ​ ໃນວັນທີ 03 ທັນວາ ນີ້ ທີ່ນະຄອນຫລວງປັກກິ່ງ, ໂດຍ​ການປາຖະກະຖາຂອງ ທ່ານ ນາງ ວັນດີ ບຸດທະສະວົງ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສປ ຈີນ,ມີນັກສຶກສາ, ພະນັກງານ ແລະນັກວິຊາການທີ່ປະຕິໜ້າທີ່ຢູ່ນະຄອນຫລວງປັກກິ່ງເຂົ້າຮ່ວມ 250 ກວ່າຄົນ.

ໃນພິທີນີ້,ທ່ານ ນາງ ວັນດີ ບຸດທະສະວົງ ໄດ້ເລົ່າເຖິງມູນເຊື້ອ ແລະ ຄວາມໝາຍຄວາມສຳຄັນຂອງວັນຊາດທີ 2 ທັນວາ, ຜົນສຳເລັດໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕະຫລອດ​ໄລຍະ 42 ປີ, ສິ່ງທ້າທາຍ ແລະ ອຸປະສັກໃນການພັດທະນາ ປະເທດຊາດ, ການສືບຕໍ່ເສີມຂະຫຍາຍມູນເຊື້ອທີ 2 ທັນວາ ເຂົ້າໃນການສ້າງສາພັດທະນາປະເທດຊາດ ໂດຍສືບທອດມູນເຊື້ອອັນອົງອາດຂອງບັນພະບູລຸດແລະ ປະຊາຊົນລາວບັນດາເຜົ່າພາຍໃຕ້ ການນຳພາຂອງ ພັກປະຊາຊົນ ປະຕິວັດລາວ ໄດ້ສາມັກຄີກັນ ຕໍ່ສູ້ຢ່າງພິລະອາດຫານ ຕ້ານການຮຸກຮານ ແລະ ການຄອບຄອງຂອງຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່ ຈົນສາມາດປົດປ່ອຍ ປະເທດຊາດຢ່າງມີໄຊ, ສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975.

ໂອກາດດຽວກັນນີ້,ທ່ານ ນາງ ວັນດີ ບຸດທະສະວົງ ຍັງໄດ້ເລົ່າເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງ ປະທານໄກສອນ ພົມວິຫານ ໃນ ແຕ່ລະໄລຍະ, ຜົນງານແລະຄຸນງາມຄວາມດີຂອງທ່ານ.ສະນັ້ນ,ທຸກຄົນ ຄວນຕັ້ງໜ້າຄົ້ນຄວ້າສຶກສາຮໍ່າຮຽນ ແລະ ສືບທອດມໍລະດົກອັນລ້ຳຄ່າຂອງປະທານໄກສອນ ພົມວິຫານ ທີ່ໄດ້ສ້າງໄວ້ໃຫ້ປະຊາຊົນແລະປະເທດຊາດ.

ຫລັງຈາກນັ້ນ,ກໍ່ໄດ້ມີການສະແດງສິນລະປະ,ຮອ້ງເພງ,ອ່ານກາບກອນແລະຈັບສະຫລາກເອົາ ປີ້ຍົນໄປກັບວຽງຈັນ-ຄຸນໝິງ,ໄດ້ສ້າງຄວາມເບີກບານມ່ວນຊື່ນທີ່ເຕັມໄປດ້ວຍຄວາມໝາຍຄວາມສຳຄັນຢ່າງຫລວງຫລາຍ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ