ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຮຽກ​ຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ອາ​ວຸດ​ຢູ່ເຢ​ແມນ​ຢຸດ​ຍິງທັນ​ທີ
2017-12-04 15:46:25  cri 
ວັນ​ທີ 3 ທັນ​ວາ​ນີ້, ທ່ານ ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ອອກ​ຖະ​ແຫຼງ​ການ​ຜ່ານ​ໂຄ​ສົກ​ຂອງ​ຕົນ​ດ້ວຍ​ການສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງອາ​ວຸດຢູ່​ເຢ​ແມນ​ທີ່ຮ້າຍ​ແຮງ​ຂຶ້ນ​ຕື່ມ ແລະ​ໄດ້​ຮຽກ​ຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ຢຸດ​ຍິງ​ທັນ​ທີ.

ຖະ​ແຫຼງ​ການ​ລະ​ບຸວ່າ: ທ່ານ ກູ​ເຕີ​ເຣັ​ສ ໄດ້​ສະແດງ​ຄວາມ​ເປັນ​ຫ່ວງຕໍ່​ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງອາ​ວຸດ​ທີ່​ເກີດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງຊາ​ນາ​ແລະ​ເຂດ​ອື່ນໆຢູ່ປະ​ເທດ​ເຢ​ແມນໃນ​ຫຼາຍ​ມື້​ຜ່ານ​ມາ ໂດຍ​ຮຽກ​ຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ປະ​ທະ​ກັນ​ຮ່ວມ​ມື​ກັບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ດຳ​ເນີນ​ການ​ເຈ​ລະ​ຈາ​ແບບ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ຄືນ​ໃໝ່ ເພື່ອ​ສະ​ແຫວງ​ຫາ​ຊ່ອງ​ທາງ​ແກ້​ໄຂ​ທາງ​ການ​ເມືອງ.

ໃນ​ວັນ​ທີ 29 ພະ​ຈິກ​ຜ່ານ​ມາ, ກຸ່ມ​ປະ​ກອບ​ອາ​ວຸດຮູ​ຊິ​ສ໌​ແລະ​ກຳ​ລັງ​ປະ​ກອບ​ອາ​ວຸດ​ທີ່​ສະ​ໜັບ​ສະ​ໜູນ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ອາ​ລີ ອັບ​ດຸນ​ລາ​ຮ໌ ຊາ​ລິ​ຮ໌​ ທີ່​ເຄີຍ​​ຮ່ວມ​ມື​ຕໍ່​ຕ້ານ​ລັດ​ຖະ​ບານ​ເຢ​ແມນ​ໄດ້​ປະ​ທະ​ກັນ​ຢູ່​ນະ​ຄອນ​ຫຼວງ​ຊາ​ນາ ແລະ​ຈາກ​ການ​ປະ​ທະ​ກັນ​ຢ່າງ​ຕໍ່​ເນື່ອງ ສົ່ງ​ຜົນ​ເຮັດ​ໃຫ້​ເກືອບ 1 ຮ້ອຍ​ຄົນ​ເສຍ​ຊີ​ວິດ​ແລະ​ບາດ​ເຈັບຫຼາຍ​ຮ້ອຍ​ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ