ມາ​ເລ​ເຊຍໄຂງານ​ຮູບ​ເງົາ​ຈີນ-ອາ​ຊຽນ 2017
2017-12-04 16:41:43  cri 
ຕອນ​ຄ່ຳ​ວັນ​ທີ 2 ທັນ​ວາ​ນີ້, ງານ​ຮູບ​ເງົາ​ຈີນ-ອາ​ຊຽນ 2017 ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ປູ​ຕ​ຣາ​ປະ​ເທດ​ມາ​ເລ​ເຊຍ ໂດຍ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ແລ​ະ​ບຸກ​ຄົນໃນ​ວົງ​ການ​ຮູບ​ເງົາ​ຫຼາຍ​ຮ້ອຍ​ທ່ານຈາກ​ຈີນ​ແລະ 10 ປະ​ເທດ​ອາ​ຊຽນ​ເຂົ້າ​ຮ່ວມ ທັງ​ນຳ​ເອົາຮູບ​ເງົາ​​ຈີນ​ 7 ເລື່ອງ​ເຊັ່ນ: ເລື່ອງ:Wolf Warriors ແລະ Saving Mr.Wu ເປັນ​ຕົ້ນ​ເຂົ້າ​ຮ່ວມ​ເຊັ່ນ​ດຽວ​ກັນ.

ເພື່ອ​ສະ​ຫຼອງ​ວັນ​ສ້າງ​ຕັ້ງອາ​ຊຽນ​ຄົບ​ຮອບ 50 ປີ, ສະ​ມາ​ຄົມ​ຈີນ-ອາ​ຊຽນ​ແລະ​ອົງ​ການ​ຖະ​ແຫຼງ​ຂ່າວ, ພິມ​ຈຳ​ໜ່າຍ ວິ​ທະ​ຍຸໂທ​ລະ​ພາບ​ແລະ​ຮູບ​ເງົາແຫ່ງ​ຊາດ​ຈີນ​ໄດ້​ຮ່ວມ​ກັນ​ເປັນ​ເຈົ້າ​ພາບ​ຈັດ​ງານ​ຄັ້ງ​ນີ້ ໂດຍ​ສູນ​ຈີນ-ອາ​ຊຽນ​ເປັນ​ຜູ້​ລິ​ເລີ່ມ. ທ່ານ ລິນ​ຢີ ຮອງ​ປະ​ທານ​ສະ​ມາ​ຄົມ​ຈີນ-ອາ​ຊຽນ, ຮອງ​ປະ​ທານ​ສະ​ມາ​ຄົມ​​ມິດ​ຕະ​ພາບຕໍ່ຕ່າງ​ປະ​ເທດ​ຂອງ​ປະ​ຊາ​ຊົນ​ຈີນໄດ້​ກ່າວ​ປາ​ໄສ​ໃນ​ພິ​ທີ​ໄຂວ່າ: ການ​ຈັດງານ​ຮູບ​ເງົາ​ຈີນ-ອາ​ຊຽນ​ຄັ້ງ​ທຳ​ອິດ​ນີ້​ກໍ​ເພື່ອ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ລະ​ຫວ່າງ​ປະ​ຊາ​ຊົນ​​ຈີນ​ແລະ​ປະ​ເທດ​ອາ​ຊຽນ,ຊຸກ​ຍູ້​ຄວາມ​ເຂົ້າ​​ໃ​​ຈ​ດ້ານວັດ​ທະ​ນະ​ທຳ​​ລະ​ຫວ່າງ​ສອງ​ຝ່າຍ ແລະເປີດກວ້າງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ.

​ໃນງານ​ຮູບ​ເງົາ​ຄັ້ງ​ນີ້​ມີ​ຮູບ​ເງົາ 29 ເລື່ອງ​ຈາກ​ຈີນ​ແລະ 10 ປະ​ເທດ​ອາ​ຊຽນ​ເຂົ້າ​ຮ່ວມ ແລະ​ຈະ​ອັດ​ລົງ​ໃນ​ວັນ​ທີ 4 ທັນ​ວາ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ