ປະ​ທານ​ສະ​ພາ​ສູງ​ຟີ​ລິບ​ປີນ: ຂອບ​ໃຈ​​ພັກ​ກອມ​ມູ​ນິດ​ຈີນທີ່​ແບ່ງ​ປັນ​ປະ​ສົບ​ການ​ແລະ​ບົດ​ຮຽນ​ໃຫ້
2017-12-04 16:37:36  cri 
"ພັກ​ກອມ​ມູ​ນິດ​ຈີນ, ຂອບ​ໃຈ​ເຈົ້າ​ທີ່​ແບ່ງ​ປັນ​ປະ​ສົບ​ການ​ແລະ​ບົດ​ຮຽນ​​ໃຫ້​ພວກ​ເຮົາ". ​ທ່ານ​ອາ​ຄຸຍ​ລິ​ໂນ ໂກ​ໂກ ປິ​ເມັນ​ເທີ, ຜູ້​ອຳ​ນວຍ​ການ​ໃຫຍ່​ພັກ​​ພະ​ລັງ​ປະ​ຊາ​ຊົນ​ປະ​ຊາ​ທິ​ປະ​ໄຕ, ປະ​ທານ​ສະ​ພາ​ສູງ​ຟີ​ລິບ​ປີນ​​ກ່າວ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ​ໃນ​ວັນ​ທີ 2 ທັນ​ວາ​ນີ້.

ໃນ​ໂອ​ກາດ​ຈັດກອງ​ປະ​ຊຸມ​​ສົນ​ທະ​ນາ​ລະ​ດັບ​ສູງ​ລ​ະ​ຫວ່າງ​ພັກ​ກອມ​ມູ​ນິດ​ຈີນ​ແລະ​ພັກ​ການ​ເມືອງ​ໃນ​ທົ່ວ​ໂລກ​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ​ໃນ​ວັນ​ທີ 1 ທັນ​ວາ​ນີ້, ​ໂດຍທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ປະ​ຊຸມ​ແລະ​ກ່າວສູນ​ທອນ​ພົດນັ້ນ​ໄດ້, ເຮັດ​ໃຫ້​ຝ່າຍ​ຕ່າງໆ​ສົນ​ໃຈ​ແລະ​ຕອບຮັບ​ຢ່າງກວ້າງ​ຂວາງ. ​ເໝືອນ​ດັ່ງທ່ານປິ​ເມັນ​ເທີ ທີ່​​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້ກ່າວ​ວ່າ, ເນື້ອ​​ໃນ​ສູນ​ທອນ​ພົດ​ທີ່​ປະ​ທັບ​ໃຈ​ທີ່​ສຸດກໍ​ຄື, ການ​ພັ​ດ​ທະ​ນາ​ຂອງ​ຈີນ​ຈະ​ເຮັດ​ໃຫ້​ປະ​ຊາ​ຊົນ​ທົ່ວ​ໂລກ​ໄດ້​ຮັບ​ຜົນ​ປະ​ໂຫຍດ. ນີ້​ແມ່ນ​ຂ່າວ​ດີ​ສຳ​ລັບ​ປະ​ເທດ​ຕ່າງໆ​ໃນ​ໂລກ, ​ເຊິ່ງຕົນ​ກໍ​ຈະ​ນຳ​ເອົາ​ຂ່າວ​ນີ້​ກັບ​ຄືນ​​ເມື່ອ​ໂຄ​ສະ​ນາ​ຢູ່​ປະ​ເທດ​ຕົນ.

ໃນ​ໂອ​ກາດ​ກ່າວ​ເຖິງ​ຄວາມ​ໝາຍ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ຕໍ່​ທົ່ວ​ໂລກ​ນັ້ນ, ທ່ານ ປິ​ເມັນ​ເທີ ເຫັນ​ວ່າ, ກອງ​ປະ​ຊຸມ​ດັ່ງ​ກ່າວ​ໄດ້​ວາງ​ແຜນ​ໃຫ້​ແກ່​ການ​ພັດ​ທະ​ນາສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່, ​ເຊິ່ງນີ້​ແມ່ນ​ສິ່ງ​ສຳ​ຄັນ​ທີ່​ສຸດ, ແລະ​ໄດ້​ສະ​ໜອງ​ຮູບ​ການ​ພັດ​ທະ​ນາ​ໃໝ່​ໃຫ້​ແກ່​ປະ​ເທດ​ອື່ນທີ່​ສາ​ມາດ​ຮ່ຳ​ຮຽນ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ