ສຳ​ເລັດພາລະກິດ​ຊ່ວຍ​ເຫຼືອ​ນັກ​ທ່ອງ​ທ່ຽວ​ຈີນ​ຈາກ​ເກາະ​ບາ​ຫຼີກັບ​ຄືນ​ປະ​ເທດ​
2017-12-04 16:16:31  cri 

ວັນ​ທີ 3 ທັນ​ວາ​ນີ້, ທ່ານ​ຮູ​ຢິນຊວນ ​ຫົວໜ້າ​ສະຖານ​ກົງສຸນ​ຈີນ​ປະຈຳ​​ເມືອງ​ເດນ​ປາ​ຊາ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ: ທຸກ​ຝ່າຍ​ໄດ້​ສຳ​ເລັດ​ການ​ຊ່ວຍ​ເຫຼືອ​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ຕິດ​ຄ້າງຢູ່​ເກາະ​ບາ​ຫຼີ​ກັບ​ຄືນ​ປະ​ເທດ​ໂດຍ​ຂີ່​ເຮືອບິນ​ການ​ຄ້າ.

​ສະຖານ​ກົງສຸນ​ຈີນ​ປະ​ຈຳ​​ເດນ​ປາ​ຊາ​ລະບຸ​ວ່າ: ມາຮອດ​ 18 ​ໂມງ​ວັນ​ທີ 2 ທັນ​ວາ​ນີ້, ບໍລິສັດ​ການບິນ​ຈີນ ​ແລະ​ຕ່າງປະ​ເທດ​ຫຼາຍ​ແຫ່ງ​ໄດ້​ຊ່ວຍ​ເຫຼືອ​ນັກ​ທ່ອງ​ທ່ຽວ​ຈີນ 13514 ຄົນ​ກັບ​ຄືນ​ປະ​ເທດ, ​ໃນນີ້ 3 ບໍລິສັດ​ການບິນ​ຈີນ​ໄດ້​ສົ່ງ​ເຮືອບິນ 16 ລຳຊ່ວຍ​ເຫຼືອ 3447 ຄົນ ​ແລະບໍລິສັດ​ການບິນ​ຕ່າງ​ປະ​ເທດ​ໄດ້​ສົ່ງ​ເຮືອບິນ 54 ລຳທີ່ກວມ​ເອົາ​ຖ້ຽວ​ບິນ​ປົກ​ກະຕິ, ຖ້ຽວ​ບິນ​ເພີ່ມ ​ແລະ​ຖ້ຽວ​ບິນ​ພິ​ເສດ ​​ໂດຍ​ສາມາດ​ຊ່ວຍ​ເຫຼືອ​ໄດ້ 10067 ຄົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ