ຈີນ​ເດັດ​ດ່ຽວ​ຮັກ​ສາ​ອະ​ທິ​ປະ​ໄຕດິນ​ແດນ​ຢ່າງ​ໝັ້ນໜຽວ​ບໍ່​ປ່ຽນ​ແປງ
2017-12-05 10:58:47  cri 
ທ່ານ​ເກິງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຖະ​ແຫຼງ​ໃນ​ວັນ​ທີ 4 ທັນ​ວາ​ນີ້​ວ່າ: ເກາະ​ຕ້ຽວ​ຢູ​ພ້ອມ​ດ້ວຍ​ເກາະ​ຕ່າງໆ​ທີ່​ຢູ່​ບໍ​ລິ​ເວນ​ອ້ອມ​ຂ້າງ​ເປັນ​ດິນ​ແດນ​ຂອງ​ຈີນ​ມາ​ແຕ່​ບູ​ຮານ​ນະ​ການ ແລະ​ຈາກ​ນີ້​ຈີນ​ຈິ່ງ​ຕັດ​ສິນ​ໃຈ​ຢ່າງ​ເດັດ​ດຽວ​ໜຽວ​ແໜ້ນ​ໃນ​ການ​ຮັກ​ສາ​ອະ​ທິ​ປະ​ໄຕດິນ​ແດນ​ຂອງ​ປະ​ເທດ​ຕົນ. ບໍ່​ວ່າ​ຍີ່​ປຸ່ນ​ຈະ​ໃຊ້ກົນ​ອຸ​​ບາຍ​ແນວ​ໃດ​ກໍ​ຕາມກໍ​ຈະ​ບໍ່​ສາ​ມາດ​ປ່ຽນ​ແປງ​ຄວາມ​ເປັນ​ຈິງ​ທີ່​ເກາະ​ຕ້ຽວ​ຢູ​ເປັນ​ດິນ​ແດນ​ຂອງ​ຈີນ​ໄດ້ຢ່າງ​ເດັດ​ຂາດ.

ສື່ມວນ​ຊົນ​ຍີ່​ປຸ່ນ​ລາ​ຍ​ງານ​ວ່າ: ເຈົ້າ​ເມືອງອິ​​ຊີ​ກາ​ຄິ ແຂວງໂອ​ກີນາ​ວາຈະ​ຍື່ນ​ຍັດ​ຕິ​ຕໍ່​ສະ​ພາ​ໃນ​ວັນ​ທີ 4 ທັນ​ວາ​ນີ້​ເພື່ອ​ປ່ຽນ​ແປງ​ເຂດ​ແບ່ງ​ເຂດ​ບໍ​ລິ​ຫານ​ເກາະ​ຕ້ຽວ​ຢູ​ຈາກໂຕ​ໂນ​ຊີ​ໂລ​ເມືອງ​ອິ​ຊີ​ກາ​ຄິ ໃຫ້​ເປັນ ​ໂຕ​ໂນ​ຊີ​ໂລ​​ເຊັນ​ຄາ​ຄູ​ເມືອງ​ອີ​ຊີ​ກາ​ຄິ, ທ່ານ​ເກິງ​ສວງ​ສະ​ແດງ​ຄວາມ​ເຫັນ​ຕໍ່​ກໍ​ລະ​ນີ​ນີ້​ໂດຍ​ຢືນ​ຢັນ​ວ່າ:

ເກາະຕ້ຽວຢູພ້ອມດ້ວຍເກາະຕ່າງໆທີ່ຢູ່ບໍລິເວນອ້ອມຂ້າງເປັນດິນແດນຂອງຈີນມາແຕ່ບູຮານນະການ​ເຊິ່ງຈີນມີຄວາມຕັດສິນໃຈຢ່າງເດັດດຽວໜຽວແໜ້ນໃນການຮັກສາອະທິປະໄຕດ້ານດິນ ແດນ.ບໍ່ວ່າຍີ່ປຸ່ນຈະໃຊ້ກົນອຸ​ບາຍແນວໃດກໍຕາມກໍຈະບໍ່ສາມາດປ່ຽນແປງຄວາມເປັນຈິງທີ່ ເກາະຕ້ຽວຢູເປັນດິນແດນຂອງຈີນໄດ້.​ພວກ​ຂ້າ​ພະ​ເຈົ້າ​ເລັ່ງ​ທວງ​ໃຫ້​ຍີ່​ປຸ່ນ​ກ້າ​ຜະ​ເຊີນ​ໜ້າ​ກັບ​ປະ​ຫວັດ​ສາດ​ແລະ​ສະ​ພາບ​ຕົວ​ຈິງ​ໃນ​ປັດ​ຈຸ​ບັນ, ຢຸດ​ການ​ກໍ່​ເຫດ​ບໍ່​ດີ​​ຕໍ່ບັນ​ຫາ​ນີ້​ເພື່ອຫຼີກ​ເວັ້ນ​ບໍ່​ໃຫ້ທຳ​ລາຍ​ບັນ​ຍາ​ກາດ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​​ທີ່ກຳ​ລັງ​ໄດ້​ຮັບ​ການ​ປັບ​ປຸງ​ດີ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ