ສ.ເກົາ​ຫຼີ ແລະ​ ອາ​ເມ​ລິ​ກາ​ຊ້ອມ​ຮົບ​ຮ່ວມ​​ທາງ​ອາ​ກາດຂະ​ໜາດ​ໃຫຍ່
2017-12-05 11:37:22  cri 
ວັນ​ທີ 4 ທັນ​ວາ​ນີ້, ກອງ​ທັບ​ອາ​ກາດ ສ.ເກົາ​ຫຼີ ແລະ​ ກອງ​ທະ​ຫານ​ອາ​ເມ​ລິ​ກາ​ປະ​ຈຳ ສ.ເກົາ​ຫຼີ ໄດ້​ຊ້ອມ​ຮົບ​ຮ່ວມ​ທາງອາ​ກາດຂະ​ໜາດ​ໃຫຍ່​ໃນ​ລະ​ຫັດ "Watch out for the trump card" ໂດຍ​ມີ​ເຮືອ​ບິນ​ຫຼາຍກວ່າ 230 ລຳ​ ແລະ ທະ​ຫານ​ປະ​ມານ 1 ໝື່ນ 2 ພັນ​ຄົນ​ເຂົ້າ​ຮ່ວມ.
ການ​ຊ້ອມ​ຮົບດັ່ງ​ກ່າວ​ຈະ​ດຳ​ເນີນໄປ​ຮອດ​ວັນ​ທີ 8 ເດືອນ​ດຽວ​ກັນ ໂດຍສື່ມວນ​ຊົນ ສ.ເກົາ​ຫຼີ ລາຍ​ງານ​ວ່າ ນີ້​ແມ່ນ​ການ​ຊ້ອມ​ຮົບ​ຮ່ວມ​ທາ​ງ​ອາ​ກາດ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ລະ​ຫວ່າງ ສ.ເກົາ​ຫຼີ ແລະ ອາ​ເມ​ລິ​ກາ​ນັບ​ແຕ່​ອະ​ດີດຈົນ​ມາ​ຮອດ​ປັດ​ຈຸ​ບັນ. ຂ່າວ​ແຈ້ງວ່າ: ທະ​ຫານ 10 ກວ່າ​ກອງ​ທີ່​ຂຶ້ນ​ກັບກອງ​ບັນ​ຊາ​ການ​ສູ້​ຮົບ​ທາງ​ອາ​ກາດ​ຂອງ​ ສ.ເກົາ​ຫຼີ,​ທະ​ຫານ​ອາ​ກາດ​ທີ 7 ຂອງກອງ​ທັບ​ອາ​ກາດ​ອາ​ເມ​ລິ​ກາ ແລະ ​ທະ​ຫານ​ຫຼາຍກອງ​ທີ່​ຂຶ້ນ​ກັບ​ກອງ​ບັນ​ຊາ​ການ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​​ໄດ້ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ດັ່ງ​ກ່າວ.

ໃນ​ວັນ​ທີ 3 ທັນ​ວາ​ນີ້, ໂຄ​ສົກ​ຄະນະກຳມະການທ້ອນໂຮມປະເທດຊາດເປັນເອກະພາບໂດຍສັນຕິຂອງ ສ​ປ​ປ ເກົາ​ຫຼີ ກ່າວ​ເຕືອນ​ວ່າ: ການ​ຊ້ອມ​ຮົບ​ຮ່ວມ​ທາງ​ອາ​ກາດລະ​ຫວ່າງ​ອາ​ເມ​ລິ​ກາແລະ​ສ.ເກົາ​ຫຼີ ຄັ້ງ​ນີ້ແມ່ນ​ການ​ທ້າ​ທາຍ​ເກາະ​ຜິດ​ທີ່​ໜັກ​ໜ່ວງ​ຕໍ່ ສ​ປ​ປ ເກົາ​ຫຼີ,  ແລະ​ປະ​ເທດ​ຕົນຈະ​ຕອບ​ໂຕ້​ຢ່າງ​ຮຸນ​ແຮງ​ຕໍ່​ການ​ກະ​ທຳ​ທ້າ​ທາຍ​ເກາະ​ຜິດ​ທີ່​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ແບບ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ