ເມືອງ​ຟໍ​ຊ່ານຍົກ​ລະ​ດັບ​ອົງ​ປະ​ກອບ​ອຸດ​ສາ​ຫະ​ກຳໃຫ້​ດີ​ຂຶ້ນ​ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່​ວິ​ທະ​ຍາ​ສາດ​ເຕັກ​ນິກ
2017-12-05 16:04:18  cri 


ຕາມ​ຂ່າວCRI: ຫວ່າງມໍ່ໆ​ມ​າ​ນີ້​, ຫ້ອງ​ການວິ​ທະ​ຍາ​ສາດ​ເຕັກ​ນິກ​ເມືອງ​ຟໍ​ຊ່ານ​ແຂວງກວາງ​ຕຸ້ງ​ຈີນ​ໃຫ້​ຮູ້​ວ່າ: ເມືອງ​ຕົນ​ພວມ​ອອກ​ແຮງ​ຊຸກ​ຍູ້ຍົກ​ລະ​ດັບ​ອົງ​ປະ​ກອບ​ອຸດ​ສາ​ຫະ​ກຳໃຫ້​ດີ​ຂຶ້ນ​ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່​ວິ​ທະ​ຍາ​ສາດ​ເຕັກ​ນິກ,ໃນ​ຂະ​ນະ​ທີ່​ພັດ​ທະ​ນາອຸດ​ສາ​ຫະ​ກຳ​ເຕັກ​ນິກ​ທີ່​ກ້າວ​ໜ້າ ໂດຍ​ການອົບ​ຮົມ​ສ້າງ​ອຸດ​ສາ​ຫະ​ກຳ​ກຳ​ທີ່​ຈະ​ເລີນ​ໃໝ່​ແລະ​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ນັ້ນ,ກໍ​ບໍ່​ລືມ​ຍົກ​ລະ​ດັບອຸດ​ສາ​ຫະກຳ​ທີ່​ເປັນ​ມູ​ນ​ເຊື້ອ​ດ້ວຍ​ເຕັກ​ນິ​ກ​ທີ່​ກ້າວ​ໜ້າ​ເໝາະ​ຕໍ່​ການ​ຊົມ​ໃຊ້​ແລະ​ການ​ຫັນ​ເປັນ​ແບບ​ຂໍ້​ມູນ​ຂ່າວ​ສານ ເພື່ອ​ກ້າວ​ໄປ​ໜ້າ​ພ້ອມກັນ.

ທ່ານ ຮູ​ຊຸຍ​ຈຸ້ນ ຫົວ​ໜ້າ​ຫ້ອງ​ການ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ເມືອງ​ຟໍ​ຊ່ານ​ໃຫ້​ຮູ້​ວ່າ: ສຳ​ລັບ​ຂົງ​ເຂດ​ທີ່​ສິ້ນ​ເປືອງ​ພະ​ລັງ​ງານ​ຫຼາຍ​ແລະ​ເປັນ​ມົນ​ລະ​ພິດ​ໜັກ​ໜ່ວງ​ຕ່າງໆ​ເຊັ່ນ: ເຄື່ອງ​ເຄືອບ​ດິນ​ເຜົາ,ການ​ຕ່ຳ​ແຜ່ນ​ຍ້ອມ​ສີ ແລະ ວັດ​ຖຸອາ​ລູ​ມີ​ນຽມ​ເປັນ​ຕົ້ນ, ເມືອງ​ຂອງ​ຕົນໄດ້​ເພີ່ມ​ທະ​ວີ​ການ​ປັບ​ປຸງ​ເຕັກ​ໂນ​ໂລ​ຊີ​ໃຫ້​ດີ​ຂຶ້ນ,ເຮັດ​ການ​ຜະ​ລິດ​ແບບ​ສະ​ອາດ,ຊຸກ​ຍູ້​ອຸດ​ສາ​ຫະ​ກຳໃຫ້​ພັດ​ທະ​ນາ​ໄປ​ຕາມ​ທິດລວມ​ສູນ,ມີ​ການ​ປະ​ຢັດ​ແລະ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ,ເດີນ​ຕາມ​ເສັ້ນ​ທາງ​ຫັນ​ເປັນອຸດ​ສາ​ຫະ​ກຳ​ທີ່​ຈະ​ເລີນ​ໃໝ່. ຂະ​ນະ​ດຽວ​ກັນ, ກໍຊຸກ​ຍູ້​​ການ​ສ້າງ​ສັງ​ຄົມ​ແບບ​ມີ​ການ​ປະ​ຢັດ​ຢູ່ຕົວ​ເມືອງ​ທົດ​ລອງ​ດ້ວຍ​ວິ​ທະ​ຍາ​ສາດ​ເຕັກ​ນິກ,ປະ​ຕິ​ບັດ​ 3 ໂຄງ​ການ​ປະ​ຢັດ​ພະ​ລັງ​ງານຄື: ​ການປະ​ຢັດ​ໄຟ​ຟ້າ​ຂອງວິ​ສາ​ຫະ​ກິດ, ​ການ​ສ່ອງໄຟ​ຟ້າ​ສີ​ຂຽວ,ປະ​ຢັດ​ແລະ​ການໃຊ້​ວັດ​ຖຸ​ເຊື້ອ​ໄຟອື່ນ​ແທນ​ນ້ຳ​ມັນ​ເຊື້ອ​ໄຟ​ເປັນ​ຕົ້ນ,ຍົກ​ລະ​ດັບ​ການ​ໃຊ້​​ພະ​ລັງ​ງານໝູນ​ວຽນ​ແລະ​ຊັບ​ພະ​ຍາ​ກອນ​ໃຫ້​ສູງ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ