ຈີນ​ໄດ້​ຊ່ວຍ​ນັກ​ທ່ອງ​ທ່ຽວປະ​ເທດ​ຕົນ​ທີ່​ຄ້າງ​ຢູ່​ເກາະ​ບາ​ຫຼີ​ 1 ໝື່ນ 5 ພັນ​ກວ່າ​ຄົນ​ກັບ​ຄືນ​ປະ​ເທດ​ຢ່າງ​ປອດ​ໄພ
2017-12-05 16:08:21  cri 
ເວັບ​ໄຊ​ບໍ​ລິ​ການ​ກົງ​ສຸນ​ຈີນ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ໃຫ້​ຮູ້​ໃນ​ວັນ​ທີ 5 ທັນ​ວາ​ນີ້​ວ່າ: ມາ​ຮອດ​ເວ​ລາ 12 ໂມງ​ຂອງວັນ​ທີ 4 ທັນ​ວາ​ນີ້, ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຮ່ວມ​ກັບພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຊ່ວຍ​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ຄ້າງ​ຢູ່​ເກາະ​ບາ​ຫຼີ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ຍ້ອນ​ຖືກ​ຜົນ​ກະ​ທົບ​ຈາກ​ພູ​ໄຟ ອາ​ກົງ ພົ່ນ​ຄວັນ​ອອກລວມ 1 ໝື່ນ 5 ພັນ 237 ຄົນ​ກັບ​ຄືນ​ປະ​ເທດ​,ໃນ​ນີ້ 600 ຄົນ​ກັບ​ຄືນ​ສູ່​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ດ້ວຍ​ຖ້ຽວ​ບິນ​ທີ່​ກ່ຽວ​ຂ້ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ