ປະ​ລິ​ມານການ​ໃຊ້​ຢາ​ປາບ​ສັດ​ຕູ​ພືດ​ຂອງ​ຈີນ​ຫຼຸດ​ລົງ 3 ປີ​ຕິດ​ຕໍ່​ກັນ
2017-12-05 16:21:56  cri 
ໜັງ​ສື​ພິມ​ເສດ​ຖະ​ກິດ​ລາຍ​ວັນ​ຂອງ​ຈີນ​ໃຫ້​ຮູ້​ວ່າ: ກະ​ຊວງ​ກະ​ສິ​ກຳ​ຈີນ​ໄດ້​ປະ​ກາດ​ໃນ​ວັນ​ທີ 4 ທັນ​ວາ​ນີ້​ວ່າ: ​ບົນ​ພື້ນ​ຖານ​ປະ​ຕິ​ບັດ​ມາດ​ຕະ​ການ​ນຳ​ໃຊ້​ຢາ​ປາບ​ສັດ​ຕູ​ພືດ​ຮຸນ​ແຮງ 22 ຊະ​ນິດ ແລະ​ໃຊ້​ເວ​ລາ 5 ປີ​ເກືອດ​ຫ້າມ​ການ​ນຳ​ໃຊ້​ຢາ​ປາບ​ສັດ​ຕູ​ພືດ​ຮຸນ​ແຮງ 10 ຊະ​ນິດ​ໃນ​ປັດ​ຈຸ​ບັນ 100%, ຫຼຸດ​ຄວາມ​ສ່ຽງ​ດ້ານ​ຄວາມ​ປອດ​ໄພຂອງຄຸນ​ນະ​ພາບນັ້ນ. ທ່ານ ເຈີ່ງ​ຢຽນ​ເຕີ ຫົວ​ໜ້າ​ກົມປູກ​ຝັງ​​ກະ​ຊວງ​ກະ​ສິ​ກຳ​ຈີນ,ຫົວ​ໜ້າ​ອົງ​ການ​ຄຸ້ມ​ຄອງ​ຢາ​ປາບ​ສັດ​ຕູ​ພືດ​ໄດ້​ກ່າວ​ໃນ​ມື້​ດັ່ງ​ກ່າວ​ວ່າ: ເລີ່ມ​ແຕ່​ປີ 2015 ເປັນ​ຕົ້ນ​ມາ, ກະ​ຊວງ​ຂອງ​ຕົນ​ໄດ້​ຈັດ​ຕັ້ງ​ແລະ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາປະ​ລິ​ມານ​ການ​ນຳ​ໃຊ້​ຢາ​ປາບ​ສັດ​ຕູ​ພືດ​ບໍ່​ໃຫ້ເພີ່ມ​ຂຶ້ນ, ເລັ່ງ​ຊຸກ​ຍູ້​ການ​ຫຼຸດ​ປະ​ລິ​ມານ​ການ​ໃຊ້​ຢາ​ປາບ​ສັດ​ຕູ​ພື​ດ​ແລະ​ຍົກ​ປະ​ສິດ​ທິ​ພາບ​ໃຫ້​ສູງ​ຂຶ້ນ ເຊິ່ງ​ມາ​ຮອດປັດ​ຈຸ​ບັນ​ໄດ້​ຮັບ​ໝາກ​ຜົນ​ຢ່າງ​ຕັ້ງ​ໜ້າ ເປັນ​ຕົ້ນໜຶ່ງ​ແມ່ນ​ປະ​ລິ​ມານ​ການ​ໃຊ້​ຢາ​ປາບ​ສັດ​ຕູ​ພືດ​ໄດ້​ຫຼຸດ​ລົງ. ຕາມ​ສະ​ຖິ​ຕິ,ປະ​ລິ​ມານການ​ໃຊ້​ຢາ​ປາບ​ສັດ​ຕູ​ພືດ​ຂອງ​ຈີ​ນ​ຫຼຸດ​ລົງ 3 ປີ​ຕິດ​ຕໍ່​ກັນ. ສອງ​ປະ​ສິດ​ທິ​ພາບ​ຂອງຢາ​ປາບ​ສັດ​ຕູ​ພືດ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ ເຊິ່ງຕາມ​ການ​ຄາດ​ແລະ​ວັດ​ແທກ​ທາງວິ​ທະ​ຍາ​ສາດ ປະ​ສິດ​ທິ​ພາບ​ຂອງ​ຢາ​ປາບ​ສັດ​ຕູ​ພືດ​ປີ 2017 ບັນ​ລຸ​ເຖິງ 38,8%, ເພີ່ມ​ຂຶ້ນ 2,2% ເມື່ອ​ທຽບ​ໃສ່​ປີ 2015.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ