ຮອງ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຈະ​ຢ້ຽມ​ຢາມ ສ​ປ​ປ ເກົາ​ຫຼີ
2017-12-05 17:01:15  cri 
ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເປີດ​ເຜີຍ​ໃນ​ວັນ​ທີ 4 ທັນ​ວາ​ນີ້​ວ່າ, ທ່ານເຈ​ຟ​ເຣ ເຟນ​ແມນ ຮອງ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ການ​ເມືອງ​ຈະ​ຢ້ຽມ​ຢາມ ສ​ປ​ປ ເກົາ​ຫຼີ​ແຕ່​ວັນ​ທີ 5 ຫາ​ວັນ​ທີ 8 ທັນ​ວານີ້, ​ເພື່ອປຶກ​ສາ​ຫາ​ລື​ກັບ​ເຈົ້າ​ໜ້າ​ທີ່ ສ​ປ​ປ ເກົາ​ຫຼີ​ກ່ຽວ​ກັບ "ບັນ​ຫາ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ".

ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດັ່ງ​ກ່າວ, ທ່ານ​ສະ​​ເຕ​ຟານ ດູ​ຈາ​ຣິກ, ໂຄ​ສົກ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ, ໃນ​ໄລ​ຍະ​ຢ້ຽມ​ຢາມ ສ​ປ​ປ ເກົາ​ຫຼີ, ທ່​ານ​ເຟນ​ແມນ ​ຈະ​ພົບ​ປະ​ກັບ​ສະ​ມາ​ຊິກ​ຂອ​ງ​ໜ່ວຍ​ງານ​ປະ​ເທດ​ແລະ​ຄະ​ນະ​ທູດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ແລະ​ຢ້ຽມ​ຢາມ​ໂຄງ​ການ​ຂອງ​ອົງ​ການ​ຕົນ. ໃນ​ໂອ​ກາດ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ, ທ່ານ​ດູ​ຈາ​ຣິກ ກ່າວ​ວ່າ, ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເຟນ​ແມນ ກຳ​ນົດ​ພຽງ​ແຕ່​ນະ​ຄອນ​ຫຼວງ​ພຽງ​ຢາງ​ເທົ່າ​ນັ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ