ອັດ​ບຸນ​ຮູບ​ເງົາ​ຈີນ-ອາ​ຊຽນ​ 2017
2017-12-05 17:19:37  cri 

ບຸນ​ຮູບ​ເງົາ​ຈີນ-ອາ​ຊຽນ 2017 ໄດ້ອັດ​ລົງ​ຢູ່​ສູນ​ປະ​ຊຸມ​ສາ​ກົນ​ປູ​ຕ​ຣາ​ຈາ​ຢາ​​ປະ​ເທດ​ມາ​ເລ​ເຊຍ​ໃນ​ຕອນ​ຄ່ຳ​ວັນ​ທີ 4 ທັນ​ວາ​ນີ້, ໂດ​ຍ​ຮູບ​ເງົາເລື່ອງ Wolf Warriors Ⅱ ເຊິ່ງ​ເປັນ​ຮູບ​ເງົາ​ທີ່​ມີລາຍ​ໄດ້​​ຫຼາຍ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຮູບ​ເງົາ​​ຈີນ​ໄດ້​ລາງວັນ​ຮູບ​ເງົາ​ສຸດຍອດ​ຂອງ​ບຸນ​ຮູບ​ເງົາ​ຄັ້ງ​ນີ້.

ນອກ​ຈາກ​  Wolf Warriors Ⅱ ແລ້ວ, ທ່ານ​ເຈັກ ເນ​ໂອ ຜູ້​ກຳ​ກັບ​ການ​ສະ​ແດງ​​ຮູບ​ເງົາ Long Long Time Ago 2 ກໍ​ໄດ້ຮັບ​ລາງວັນ​ຜູ້​ກຳ​ກັບ​ການ​ສະ​ແດງ​ດີ​​ເລີດ, ຂະ​ນະ​ທີ່ທ້າວ​ເຈັກ​ທັນ ນັກ​ສະ​ແດງ​ມາ​ເລ​ເຊຍ​​ທີ່​ໄດ້​ຮັບ​ລາງວັນ "ນັກ​ສະ​ແດງ​ໃໝ່​ອາ​ຊີ" ໃນ​ບຸນ​ຮູບ​ເງົາ​ຊຽງ​ໄຮ​ນັ້ນ​​ກໍໄດ້​​ຮັບລາງວັນ​ນັກ​ສະ​ແດງ​ຊາຍ​ດີ​ເລີດໃນ​ຮູບ​ເງົາ​ເລື່ອງ Shuttle Life, ​ແລະນາງ​ໄລ​ລາ ນັກ​ສະ​ແດງ​ຟີ​ລິບ​ປີນ​ໄດ້​​ຮັບລາ​ງວັນ​ນັກ​ສະ​ແດງ​​ຍິງ​ດີ​ເລີດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ