ມີ​ຜູ້​ເສຍ​ຊີວິດຈາກ​ແຜ່ນດິນ​ໄຫວ​ຢູ່​ພາກ​ຕາ​ເວັນ​ຕົກ​ອີຣານ​ແລ້ວ 569 ຄົນ
2017-12-05 15:29:42  cri 
ຕາມ​ຂ່າວCRI: ວັນ​ທີ 4 ທັນວາ​ນີ້, ສຳນັກ​ຂ່າວ​ແຫ່ງ​ຊາດ​ອີຣານລາຍ​ງານ​ວ່າ: ​ແຜ່ນດິນ​ໄຫວ​ທີ່​ເກີດ​ຂຶ້ນ​ຢູ່​ຊາຍ​​ແດນ​ພາກ​ຕາ​ເວັນ​ຕົກຂອງ​ປະ​ເທດ​ຕົນ​ໃນ​ເດືອນ​ຜ່ານ​ມາ​ນັ້ນ ​ໂດຍ​ສະຖິຕິ​ຫຼ້າ​ສຸດ​ມີ​ຜູ້​ເສຍ​ຊີວິດ​ເຖິງ​ 569 ຄົນ​.

ວັນ​ທີ 12 ພະ​ຈິກ​ນີ້, ຢູ່​ແຂວງ​​ເກີ​ມານ​ຊາລະຫວ່າງ​ຊາຍ​ແດ​ນອີຣັກ ​ແລະ​ອີຣານ​ໄດ້​​ເກີດ​ແຜ່ນດິນ​ໄຫວ​ລະດັບ 7,3 ຮິ​ກ​ເຕີ​ເຊິ່ງ​ນອກຈາກ​ສ້າງ​ຄວາມເສຍ​ຫາຍທີ່​ມີ​ມູນ​ຄ່າ 450 ລ້ານ​ໂດລາສະຫະລັດ ​ແລ້ວ​ຍັງ​ເປັນ​ແຜ່ນດິນ​​ໄຫວ​ທີ່​ມີ​ຜູ້​​ເສຍ​ຊີ​ວິດ​ຫຼາຍ​ທີ່​ສຸດ​ໃນ​ປີ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ