ຈີນເລີ່ມ​ນຳ​ໃຊ້ເຮືອ​ສະ​ມາດ​ລຳ​ທຳ​ອິດ​ຂອງ​ໂລກ
2017-12-06 11:49:15  cri 
ໜັງ​ສື​ພິມ​ເສດ​ຖະ​ກິດ​ລາຍ​ວັນ​ຂອງ​ຈີນ​ລາຍ​ງານ​​ວ່າ: ວັນ​ທີ 5 ທັນ​ວາ​ນີ້, ເຮືອ​ສະ​ມາດ​ລຳ​ທຳ​ອິດ​ຂອງ​ໂລກ​ທີ່​ຈີນ​ຄົ້ນ​ຄວ້າຜະ​ລິດ​ໄດ້​ເລີ່ມ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ຢູ່​ກຳ​ແພງ​ນະ​ຄອນ​ຊຽງ​ໄ​ຮ ຫຼັງ​ໄດ້​ຮັບ​ການ​ຢັ້ງ​ຢືນ​ຈາກ​ສະ​ຖາ​ບັນ​ Lioyd´s Register of shipping ​ເປັນລຳ​ທຳ​ອິດ​ຂອງ​ໂລກ ເຊິ່ງເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ເຕັກ​ນິກການ​ຜະ​ລິດ​ເຮືອ​ສະ​ມາດ​ຂອງ​ຈີນ​ໄດ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ແຖວໜ້າ​ຂອງ​ໂລກ.

ເຮືອ​ສະ​ມາດ​ຂົນ​ສົ່ງ​ສິນ​ຄ້າ "ຕ້າ​ຈື້​" ທີ່​ເລີ່ມ​ນຳ​ໃຊ້​ໃນ​ມື້​ດັ່ງ​ກ່າວ​ມີ​ຄວາມ​ຍາວ​ເຖິງ 179 ແມັດ,ກວ້າງ 32 ແມັດ, ສູງ 15 ແມັດ, ສາ​ມາດ​ບັນ​ທຸກ​ສິນ​ຄ້າ​ໄດ້ 3 ໝື່ນ 8 ພັນ 800 ໂຕນ ໂດຍ​ກຸ່ມ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ​ເຮືອ​ຈີນຄົ້ນ​ຄວ້າ​ແລະ​ຜະ​ລິດ ຈຸດ​ພິ​ເສດ​ທີ່ສຳ​ຄັນ​ທີ່​ສຸດ​ຂອງ​ເຮືອ​ລຳ​ດັ່ງ​ກ່າວ​ຄື​ໄດ້​ຕິດ​ຕັ້ງ​ໃຫ້​ມີ "ສະ​ໝອງ"ທີ່​ສະ​ຫຼາດ,ເຮືອ​ສາ​ມາດ​ວິ​ເຄາະ​ຕົວ​ເລກ​ແລະ​ຂໍ້​ມູນ​ທີ່​ຕົນ​ເກັບ​ໄວ້,ສາ​ມາດ​ສະ​ໜອງ​ຂໍ້​ສະ​ເ​ໜີ​ຊ່ວຍ​ປັບ​ປຸງ​ເສັ້ນ​ທາງ​ການ​ເດີນ​ເຮືອ​ໃຫ້​ດີ​ຂຶ້ນ, ລວມ​ທັງ​ເປັນ​ຜູ້​ຊ່ວຍ​ນາຍ​ເຮືອ​ໃນ​ການ​ກຳ​ນົດ​ເສັ້ນ​ທາງ​ການ​ເດີນ​ເຮືອ. ນອກ​ນີ້,ເມື່ອ​ທຽບ​ໃສ່ເຮືອ​ຂົນ​ສົ່ງ​ສິນ​ຄ້າທົ່ວ​ໄປ​ທີ່​ສາ​ມາດ​ບັນ​ທຸກ​ສິນ​ຄ້າ​ໃນ​ນ້ຳ​ໜັກ​ຂະ​ໜາດ​ດຽວ​ກັນ​ນັ້ນ ຖື​ວ່າ​ປະ​ສິດ​ທິ​ພາບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ 3% ແລະ​ຈາກ​ການ​ແລ່ນ​ໃນ​ກໍ​ລະ​ນີ​ມີ​ຄວາມ​ໄວ​ເທົ່າ​ກັນ​ນັ້ນ ສາ​ມາດ​ຫຼຸດ​ການ​ສິ້ນ​ເປືອງ​ນ້ຳ​ມັນ​ເຊື້ອ​ໄຟ​ສະ​ເລ່ຍ 4% ຕໍ່​ມື້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ